ປະຊາຄົມສາກົນກ່າວປະນາມISເຫດວາງລະເບີດກໍ່ການຮ້າຍຢູ່Yemen
ເຫດວາງລະເບີດສະຫລະຊີບຢູ່ Yemen
(ພາບ: Reuters)
(vovworld)- ວັນທີ 20/3, ທ່ານເລຂາທິການໃຫຍ່ ສປຊ Ban Ki Moon ໄດ້ກ່າວປະນາມຢ່າງແຮງຕໍ່ບັນດາເຫດວາງລະເບີດສະຫລະຊີບຢູ່ Yemen ພ້ອມທັງຖືວ່າ ນັ້ນແມ່ນບັນດາການບຸກໂຈມຕີກໍ່ການຮ້າຍ. ເຫດວາງລະເບີດສະຫລະຊີບ 2 ຄັ້ງໃນວັນທີ 20/3 ເລັ່ງໃສ່ ໂບດອິດສະລາມ ຢູ່ນະຄອນຫລວງ Sanaa ຊື່ງແມ່ນບ່ອນທີ່ທະຫານກະບົດອິດສະລາມນິກາຍ Shi’ite Houthi ພວມສວດມົນ ໄດ້ເຮັດໃຫ້ 142 ຄົນຖືກເສຍຊີວິດ. ທຳນຽບຂາວ ກໍໄດ້ກ່າວປະນາມເຫດວາງລະເບີດສອງຄັ້ງດັ່ງກ່າວ. ໃນວັນດຽວກັນ ໂຄສົກກະຊວງການຕ່າງປະເທດ ຝລັ່ງ ທ່ານ Romain Nadal ກໍໄດ້ກ່າວປະນາມຢ່າງແຮງບັນດາເຫດວາງລະເບີດສະຫລະຊີບດັ່ງກ່າວ.