ພາບ:vov
|
(vovworld)- ວັນທີ 16/1, ຊາວມຸດສະລີມ ນັບພັນໆຄົນໃນທົ່ວໂລກ ໄດ້ລົງຖະຫນົນແຫ່ຂະບວນປະທ້ວງ ເພື່ອກ່າວປະນາມວາລະສານ Charlie Hebdo ຂອງຝລັ່ງ ຊື່ງຫວ່າງແລ້ວນີ້ໄດ້ລົງພິມພາບເຢາະເຢີ້ຍ ນັກທຳນາຍ Mohammet. ຢູ່ ປາກິສະຖານ, ຊາວມຸດສະລີມ ເຕົ້າໂຮມກັນເປັນຈຳນວນຫລວງຫລາຍ ຢູ່ຕໍ່ຫນ້າສະຖານກົງສູນ ຝລັ່ງ ຢູ່ ນະຄອນ Karachi ເພື່ອກ່າວປະນາມການກະທຳຂອງວາລະສານດັ່ງກ່າວ. ສ່ວນ ຢູ່ ຈໍແດນ, ມີປະມານ 2 ພັນຄົນ ໄດ້ແຫ່ຂະບວນປະທ້ວງຢູ່ນະຄອນຫລວງ Amman. ສ່ວນຢູ່ ອານເຊຣີ ຊາວນະຄອນຫລວງ ອານເຊ ໄດ້ລົງຖະຫນົນແຫ່ຂະບວນປະທ້ວງ ໂດຍຖືຄຳຂວັນທີ່ວ່າ: ພວກຂ້າພະເຈົ້າທັງໝົດແມ່ນ Mohamet.