ປະຕິກິລິຍາກ່ຽວກັບເລື່ອງອາເມລິກາປະຕິເສດມະຕິຂອງສະຫະປະຊາຊາດກ່ຽວກັບ Jerusalem
(VOVWORLD) -ວັນທີ 18 ທັນວາ, ອີຢິບ ໄດ້ສະແດງຄວາມເສຍດາຍຕໍ່ເລື່ອງສະພາຄວາມໝັ້ນຄົງສະຫະປະຊາຊາດ ບໍ່ຮັບຮອງເອົາມະຕິ, ໃນນັ້ນຮຽກຮ້ອງໃຫ້ອາເມລິກາ ຖອນຄືນຖະແຫຼງຮັບຮອງ Jerusalem ແມ່ນນະຄອນຫຼວງຂອງອິດສະຣາແອນ.
(ພາບປະກອບ: THX/TTXVN)
|
ໃນຖະແຫຼງການສະບັບໜຶ່ງ, ກະຊວງການຕ່າງປະເທດອິຢິບ ໃຫ້ຮູ້ວ່າ, ກາຍໂຣ ໄດ້ອອກສຽງຕາງໜ້າບັນດາປະເທດອາຣັບ ຍື່ນສະເໜີຮ່າງມະຕິກ່າວປະນາມຂໍ້ຕົກລົງຂອງທ່ານປະທານາທິບໍດີອາເມລິກາ Donald Trunp. ຮ່າງມະຕິດັ່ງກ່າວຖືກອາເມລິກາ ປະຕິເສດພາຍຫຼັງໄດ້ຮັບການສະໜັບສະໜູນຈາກ 14 ສະມາຊິກອື່ນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃນນັ້ນມີຫຼາຍພັນທະມິດສຳຄັນຂອງວໍຊິງຕັນ ຄື: ອັງກິດ, ຝລັ່ງ, ອີຕາລີ, ຍີ່ປຸ່ນ ແລະ ຢູແກຼນ.
ແລະກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດຕວກກີ ໃຫ້ຮູ້ວ່າ, ປະເທດນີ້ “ຕົກໃຈ” ຕໍ່ເລື່ອງມະຕິສະບັບໜຶ່ງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ທີ່ຮຽກຮ້ອງຖອນຄືນຖະແຫຼງການຂອງອາເມລິກາ ທີ່ຮັບຮອງ Jerusalem ແມ່ນນະຄອນຫຼວງອິດສະຣາແອນ ຖືກປະຕິເສດຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ.