ປະຕິກ​ິລິ​ຍາ​ຂອງ ຈີນ ກ່ຽວກັບ​ຈົດໝາຍຂອງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ ​ສົ່ງເຖິງຜູ້ອໍານວຍ​ການ​ໃຫຍ່ WHO

(VOVWORLD) -ທ່ານ ຈາວລິຈຽນ ຖືວ່າ ຈົດໝາຍສະບັບດັ່ງກ່າວເຕັມໄປດ້ວຍການສະກົດຈິດ ແລະ ການສົມມຸດຖານຫຼາຍຢ່າງ, ດ້ວຍຈຸດປະສົງແມ່ນແນໃສ່ກໍານົດທິດຫາງສຽງໃຫ້ຜິດເຂວ, ໃສ່ຮ້າຍປ້າຍສີບັນດາຄວາມມານະພະຍາຍາມຂອງ ຈີນ.
ປະຕິກ​ິລິ​ຍາ​ຂອງ ຈີນ ກ່ຽວກັບ​ຈົດໝາຍຂອງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ ​ສົ່ງເຖິງຜູ້ອໍານວຍ​ການ​ໃຫຍ່ WHO - ảnh 1 ທ່ານໂຄສົກກະຊວງການຕ່າງປະເທດຈີນ ຈາວລິຈຽນ 

        ໃນກອງປະຊຸມຖະແຫຼງຂ່າວນັດສາມັນ ຂອງກະຊວງການຕ່າງປະເທດຈີນ ທີ່ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 19 ພຶດສະພາ, ທ່ານໂຄສົກກະຊວງການຕ່າງປະເທດຈີນ ຈາວລິຈຽນ ໃຫ້ຮູ້ວ່າ: ສໍາລັບວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19, ຈີນ ໄດ້ແນະນໍາເປັນຫຼາຍຄັ້ງກັບພາຍນອກກ່ຽວກັບບັນດາຈຸດເວລາລະອຽດຢ່າງຈະແຈ້ງແລ້ວ, ອົງການອະນາໄມໂລກ (WHO) ກໍໄດ້ພິສູດໃຫ້ເຫັນບັນດາການຕໍາໜິທີ່ຜິດພາດຂອງ ອາເມລິກາ ກັບ ຈີນ ແລ້ວ. ສ່ວນກ່ຽວຂ້ອງເຖິງ ຈົດໝາຍຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ໄດ້ສົ່ງເຖິງທ່ານ Tedros Adhanom Ghebreyesus ຜູ້ອໍານວຍການໃຫຍ່ WHO ນັ້ນ,ທ່ານ ຈາວລິຈຽນ ຖືວ່າ ຈົດໝາຍສະບັບດັ່ງກ່າວເຕັມໄປດ້ວຍການສະກົດຈິດ ແລະ ການສົມມຸດຖານຫຼາຍຢ່າງ, ດ້ວຍຈຸດປະສົງແມ່ນແນໃສ່ກໍານົດທິດຫາງສຽງໃຫ້ຜິດເຂວ, ໃສ່ຮ້າຍປ້າຍສີບັນດາຄວາມມານະພະຍາຍາມຂອງ ຈີນ.

        ສໍາລັບຂ່າວທີ່ວ່າ ອາເມລິກາ ນາບຂູ່ຈະຕັດງົບປະມານທີ່ສະໜັບສະໜູນໃຫ້ WHO ຢ່າງເປັນການຖາວອນນັ້ນ, ທ່ານ ຈາວລິຈຽນ ກໍໃຫ້ຮູ້ວ່າ ອັດຕາ ແລະ ມາດຕະຖານຈ່າຍເງິນສະຕິສະມາຊິກໃຫ້ອົງການອະນາໄມໂລກ ໂດຍແມ່ນບັນດາປະເທດສະມາຊິກພ້ອມກັນຕົກລົງ, ຫາກບໍ່ແມ່ນຍ້ອນ ອາເມລິກາ ພຽງແຕ່ຝ່າຍດຽວ. ດັ່ງນັ້ນ, ການຈ່າຍເງິນສະຕິໃຫ້ WHO ແມ່ນພັນທະໜ້າທີ່ ເຊິ່ງ ອາເມລິກາ ຄວນປະຕິບັດ ຫາກບໍ່ແມ່ນບ່ອນເພື່ອໃຫ້ ອາເມລິກາ ຕໍ່ລອງ.

ດິງຕວ໊ນ, ນັກຂ່າວ VOV ປະຈໍາ ປັກກິ່ງ

ຕອບກັບ

ຂ່າວ/ບົດ​ອື່ນ