(vovworld) - ຕອນບ່າຍວັນທີ 26/05, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດອົດສະຕາລີ Hugh Borrowman, ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເນັ້ນໜັກວ່າ, ອົດສະຕາລີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານການຄ້າ ແລະ ນັກລົງທຶນອັນດັບໜຶ່ງຂອງຫວຽດນາມ, ວົງເງິນການຄ້າລະຫວ່າງ 2 ປະເທດບັນລຸເກືອບ 5 ຕື້ USD ໃນປີ 2015. ທ່ານປະທານປະເທດ ຕີລາຄາສູງບັນດາວິສາຫະກິດ ແລະ ບັນດາໂຄງການຂອງອົດສະຕາລີ ທີ່ລົງທຶນເຂົ້າຫວຽດນາມ ແມ່ນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການພັດທະນາເສດຖະກິດ, ສັງຄົມຂອງຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດທະນາຄານ, ນຳມັນອາຍແກັສ, ການກໍ່ສ້າງ, ອຸດສາຫະກຳເບົ່າ… ພ້ອມທັງປາດຖະໜາຢາກໃຫ້ຝ່າຍອົດສະຕາລີ ສ້າງເງື່ອນໄຂສະດວກສຳລັບຜະລິດຕະພັນກະເສດ, ສິນໃນນ້ຳຂອງຫວຽດນາມ ເຂົ້າຕະຫຼາດປະເທດນີ້. ກ່ຽວກັບການພົບພັນສາກົນ, ທ່ານປະທານປະເທດ ສະເໜີໃຫ້ 2 ປະເທດສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ສົມທົບຫຼັກໝັ້ນນຳກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນຄື: ກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS), ເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ແລະ ສະຫະປະຊາຊາດ. ທ່ານປະທານປະເທດ ຖືວ່າ, 2 ຝ່າຍຕ້ອງສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງປະຈຳປີ ແລະ ໃນທຸກຊ່ອງ ຂອງພັກ, ລັດ, ລັດຖະບານ ແລະ ການພົບປະແລກປ່ຽນປະຊາຊົນ…