ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ກ່າວຄຳເຫັນທີ່ການໂອ້ລົມ |
(vovworld)- ການຄົ້ນຄ້ວາ, ນຳໃຊ້ວິທະຍາສາດເຂົ້າໃນການດຳລົງຊີວິດ ແມ່ນກຳລັງໜູນທີ່ສຳຄັນເພື່ອພັດທະນາເສດຖະກິດ. ນັ້ນແມ່ນຄຳຢືນຢັນຂອງທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ເມື່ອໄປຢ້ຽມຢາມ ແລະ ໂອ້ລົມກັບບັນດາສາດສະດາຈານ, ພະນັກງານ, ສະມາຊິກສະພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ ແລະ ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ເນື່ອງໃນໂອກາດວັນວິທະຍາສາດຫວຽດນາມ 18/5. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ກ່າວວ່າ :
“ ປ່ຽນແປງໃໝ່ຢ່າງແຂງແຮງກົນໄກຄຸ້ມຄອງ, ການຈັດຕັ້ງ, ການເຄື່ອນໄຫວວິທະຍາສາດ, ເຕັກໂນໂລຢີ ແລະ ຖືວ່ານັ້ນແມ່ນຂອດບຸກທະລຸເພື່ອຊຸກຍູ້ການພັດທະນາ ແລະ ຍົກສູງປະສິດທິຜົນທາງດ້ານວິທະຍາສາດ, ເຕັກໂນໂລຢີ, ສ້າງກຳລັງໜູນໃຫ້ແກ່ບັນດານັກວິທະຍາສາດອຸທິດສ່ວນໃຫ້ແກ່ປະເທດຊາດ. ປ່ຽນແປງໃໝ່ນັບແຕ່ຂອດສ້າງບັນດາໜ້າທີ່ໃຫ້ເປັນຮູບປະທຳ. ສ້າງລະບົບມາດຖານຕີລາຄາໝາກຜົນບັນດາໂຄງການ, ແຜນງານ, ຫົວເລື່ອງວິທະຍາສາດ, ເຕັກໂນໂລຢີຕາມທິດຮັບໃຊ້ຈຸດໝາຍໜ້າທີ່ພັດທະນາເສດຖະກິດສັງຄົມ. ”
ແລະ ກໍໃນຕອນເຊົ້າຂອງວັນດຽວກັນ ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ກໍໄດ້ ໄປຢ້ຽມຢາມ ແລະ ໂອ້ລົມກັບບັນດານັກວິທະຍາສາດ, ພະນັກງານພາລະກອນສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ເນື່ອງໃນໂອກາດວັນວິທະຍາສາດຫວຽດນາມ 18/5. ນະທີ່ນີ້, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ກ່າວວ່າ :
“ ພ້ອມກັບການສຸມໃສ່ຄົ້ນຄ້ວາບັນດາບັນຫາວິທະຍາສາດສັງຄົມໂດຍພື້ນຖານຂອງປະເທດຊາດ, ວັດທະນະທຳ ແລະ ຊາວຫວຽດນາມ, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມຄວນສືບຕໍ່ປ່ຽນໃໝ່ຈິນຕະນາການທິດສະດີ, ເຮັດແຈ້ງພື້ນຖານທິດສະດີ, ພຶດຕິກຳ, ສ້າງລະບົບທັດສະນະກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ ແນໃສ່ສ້າງປະເທດຫວຽດນາມທີ່ປະຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທຳ ແລະ ສິວິໄລ” ໃນວິວັດທະນາການຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝດ້ວຍຜົນກະທົບຂອງໂລກາພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນ”