ປະທານປະເທດເຈີນດ້າຍກວາງຢ້ຽມຢາມ,ອວຍພອນບຸນເຕັດບັນດາປັນຍາຊົນດີເດັ່ນຂອງນະຄອນຫຼວງຮ່າໂນ້ຍ

ປະທານປະເທດເຈີນດ້າຍກວາງຢ້ຽມຢາມ,ອວຍພອນບຸນເຕັດບັນດາປັນຍາຊົນດີເດັ່ນຂອງນະຄອນຫຼວງຮ່າໂນ້ຍ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ອວຍ​ພອນ​ບຸນ​ເຕັດ
ທ່ານ​ສາດ​ສະ​ດາ​ຈານ, ນັກ​ວິ​ລະ​ຊົນ​ແຮງ​ງານ ຫວູ​ຄຽວ
(ພາບ: TTXVN)


(vovworld) - ໃນ​ບັນ​ຍາ​ກາດ​ຟົດ​ຟື້ນ​ຂອງ​ຊຸມ​ມື້ໃກ້​ຈະ​ຮອດ​ບຸນ​ເຕັດ​ປີ​ລະ​ກາ 2017, ຕອນ​ເຊົ້າ​ວັນ​ທີ 26/01 (ກົງ​ກັບ​ວັດ​ທີ 29 ເດືອນ 12 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ), ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ໄປ​ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດ ຢູ່​ເຮືອນ​ຂອງ​ທ່ານ​ສາດ​ສະ​ດາ​ຈານ, ນັກ​ວິ​ລະ​ຊົນ​ແຮງ​ງານ ຫວູ​ຄຽວ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ​ໄດ້ສະ​ແດງ​​ຄວາມ​​ເຄົາ​ລົບ​ຕໍ່​ປັນ​ຍາ​ຊົນ​ຜູ້​ຍິ່ງ​ໃຫຍ່ ມີ​ຄຸນ​ສົມ​ບັດ​ອັນ​ສູງ​ສົ່ງ​ຂອງ​ຍຸກ​ສະ​ໄໝ, ເປັນ​ນັກ​ວິ​ທະ​ຍາ​ດ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ, ສຸດ​ຈິ​ດ​ສຸດ​ໃຈ​ກັບ​ພາ​ລະ​ກິດ​ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ​ຂອງ​ປະ​ເທດ​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ອວຍ​ພອນ​ໃຫ້​ທ່ານ​ສາດ​ສະ​ດາ​ຈານ ຫວູ​ຄຽວ, ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ນ​ແຂງ, ສືບ​ຕໍ່​ອຸ​ທິດ​ສ່ວນ​ພູມ​ປັນ​ຍາ​ໃຫ້​ແກ່​ປະ​ເທ​ດ​ຊາດ, ໃນ​ພາ​ລະ​ກິດ​ປະ​ຕິ​​ວັດ​ຂອງ​ຊາດ. ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ໄປ​ອວຍ​ພອນ​ບຸນ​ເຕັດ​ທ່ານ​ສາ​ດ​ສະ​ດາ​ຈານ, ນາຍຄູ​ປະ​ຊາ​ຊົນ ຮ່າ​ມິງ​ດຶກ ແລະ ສາດ​ສະ​ດາ​ຈານ, ປະ​ລິ​ຍາ​ເອກ, ນັກ​ວິ​ລ​ະ​ຊົນ​ແຮງ​ງານ, ​ນາຍຄູ​​ປະ​ຊາ​ຊົນ, ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ເຈີນ​ທູ​ຮ່າ. ທ່ານ​ປະ​ທານ​ປະ​ເທດ​ ເຈີນ​ດ້າຍກວາງ ປ​າດ​ຖະ​ໜາ​ວ່າ ທ່ານ​ສາດ​ສະ​ດາ​ຈານ ຮ່າ​ມິງ​ດຶກ ແລະ ນັກ​ສິ​ລະ​ປີນ ເຈີນ​ທ​ູ​ຮ່າ ສືບ​ຕໍ່​ອຸ​ທິດ​ສ່ວນ, ບຳ​ລຸງ​ໃຫ້​ລ​ຸ​້ນ​ໜຸ່ມ​ຮ່ຳ​ຮຽນ​ຕາມ ແລະ ສືບ​ທອດ​ບັນ​ດາ​​ຄົນລຸ້ນ​ກ່ອນໆ, ປະ​ກອບ​​ກຳ​ລັງເຫືອ​ແຮງ, ພູມ​ປັນ​ຍາເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັ​ກ​ຮັກ​ສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ