ປະທານປະເທດເຈີນດ້າຍກວາງເຂົ້າຮ່ວມພິທີສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອກຳລັງປະກອບອາວຸດທະຫານເຂດ2
(ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອກຳລັງປະກອບອາວຸດທະຫານເຂດ 2)
(vovworld) - ຕອນເຊົ້າວັນທີ 19/10, ຢູ່ແຂວງ ຟຸ໋ຖໍ້, ທ່ານປະທານປະທານ ເຈີນດ້າຍກວາງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອກຳລັງປະກອບອາວຸດທະຫານເຂດ 2 (19/10/1946 – 19/10/2016) ແລະ ຕ້ອນຮັບຫຼຽນໄຊວິລະກຳຊັ້ນໜຶ່ງ. ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເຈີນດ້າຍກວາງ ຊີ້ແຈ້ງວ່າ, ເພື່ອປະຕິບັດໜ້າທີ່ການທະຫານ, ປ້ອງກັນຊາດໃນໄລຍະປະຕິວັດໃໝ່ຢ່າງມີໄຊ, ກຳລັງປະກອບອາວຸດທະຫານເຂດ 2 ຕ້ອງເປັນເຈົ້າການກຳແໜ້ນ, ໄຈ້ແຍກ, ຕີລາຄາ ແລະ ຄາດຄະເນສະພາບການຢ່າງຊັດເຈນ, ໂດຍສະເພາະແມ່ນບັນດາການຜັນແປທີ່ກ່ຽວຂ້ອງເຖິງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອເປັນເຈົ້າການເປັນເສນາທິການໃຫ້ພັກ, ລັດ, ກະຊວງປ້ອງກັນປະເທດ ມີນະໂຍບາຍຢ່າງເໝາະສົມ, ຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ; ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັບຄົບຖ້ວນຂອງປະເທດຊາດ ໃນບໍລິເວນເຂດທະຫານໃຫ້ມີຄວາມໝັ້ນຄົງ, ພ້ອມທັງ, ຕັ້ງໜ້າເຂົ້າຮ່ວມການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດສັງຄົມ, ວັດທະນະທຳ, ສັງຄົມ ແລະ ການປ້ອງກັນ, ຕ້ານໄພທຳມະຊາດ.