ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບຜູ້ມີສິດເລືອກຕັ້ງເມືອງ1ແລະເມືອງ3ຢູ່ນະຄອນໂຮ່ຈີມິນ
(ທ່ານປະທານປະເທດ ເຈືອງເຕີ໋ນຊາງ ກ່າວຄຳເຫັນທີ່ການພົບປະ)
(vovworld) - ໂດຍປະຕິບັດລາຍການພົບປະກັບຜູ້ມີສິດເລືອກຕັ້ງກ່ອນທີ່ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ 13, ວັນທີ 03/03, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ພ້ອມກັບບັນດາສະມາຊິກສະພາແຫ່ງຊາດຫົວໜ່ວຍເລືອກຕັ້ງເລກທີ 1, ຄະນະສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ, ພົບປະກັບຜູ້ມີສິດເລືອກຕັ້ງເມືອງ 1 ແລະ ເມືອງ 3. ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງຕີລາຄາສູງຜົນສຳເລັດຂອງອາຍຸການສະພາແຫ່ງຊາດຊຸດທີ 13 ແລະ ຊົມເຊີຍການເຮັດວຽກທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຈະສະຫງວນເວລາ ເພື່ອຮັບຮອງເອົາຮ່າງກົດໝາຍຫລາຍສະບັບ. ນະທີ່ນີ້ທ່ານປະທານປະເທດ ເຈືອງເຕີ໋ນຊາງ ເວົ້າວ່າ:
“ໃນອາຍຸການຜ່ານມາ, ປະຊາຊົນນະຄອນ ໂຮ່ຈີມິນ ເວົ້າລວມ ແລະ ຫົວໜ່ວຍເລືອກຕັ້ງເລກທີ 1 ເວົ້າສະເພາະໄດ້ປະຕິບັດຢ່າງສຸດຈິດສຸດໃຈ ປະກອບຄຳເຫັນຫລາຍຢ່າງ. ອາຍຸການຜ່ານມາ ຄະນະສະມາຊິກສະພາແຫ່ງຊາດ ປະຕິບັດໄດ້ວຽກງານຫລາຍຢ່າງ ແຕ່ກໍ່ຍັງຫລາຍວຽກບໍ່ທັນປະຕິບັດໄດ້. ຂ້າພະເຈົ້າຫວັງວ່າ: ຊຸດຕໍ່ໄປຈະສືບທອດເສີມຂະຫຍາຍບັນດາວຽກງານທີ່ໄດ້ເຮັດເປັນຢ່າງດີ, ພ້ອມທັງ ປາດຖະໜາຢາກທຸກຄົນຈະສືບຕໍ່ປະກອບສ່ວນ, ຊ່ວຍເຫຼືອ ເພື່ອໃຫ້ຄະນະສະມາຊິກສະພາແຫ່ງຊາດຊຸດຕໍ່ໄປເຮັດດີກ່ວາອີກ”