ທ່ານປະທານປະເທດ ເຈືອງເຕິ໋ນຊາງ
ພົບປະກັບປະທານາທິບໍດີ ຈີເລ
(ພາບ: QĐND)
(vovworld) - ວັນທີ 27/9, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ມີການພົບປະກັບປະທານາທິບໍດີ ອົດຕະລິດ ແລະ ປະທານາທິບໍດີ ຈີເລ. ທີ່ການພົບປະກັບ ປະທານາທິບໍດີ ອົດຕະລິດ Heinz Discher, ການນຳທັງສອງທ່ານໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການເຈລະຈາສັນຍາຍົກເວັ້ນວີຊາໃຫ້ຜູ້ຖືປັດສະປໍການທູດລະຫວ່າງຫວຽດນາມ ແລະ ອົດຕະລິດ. ທ່ານປະທານປະເທດ ເຈືອງເຕິ໋ນຊາງ ສະເໜີອົດຕະລິດສົ່ງເສີມ ແລະ ໜູນຊ່ວຍບັນດາບໍລິສັດອົດຕະລິດ ເພີ່ມທະວີການລົງທຶນຢູ່ຫວຽດນາມ, ທັງສະເໜີລັດຖະບານອົດຕະລິດ ສືບຕໍ່ສະໜອງທຶນ ODA ໃຫ້ຫວຽດນາມ ເພື່ອປະຕິບັດບັນດາຄາດໝາຍພັດທະນາຫຼັງປີ 2015 ຂອງສະຫະປະຊາຊາດ. ສ່ວນປະທານາທິບໍດີ ອົດຕະລິດ Heinz Discher ກໍ່ຢືນຢັນວ່າ, ຍາມໃດອົດຕະລິດ ກໍ່ສະໜັບສະໜູນຫວຽດນາມ ໃນການເພີ່ມທະວີການພົວພັນຮອບດ້ານກັບສະຫະພາບເອີລົບ (ອີຢູ). ການນຳທັງສອງທ່ານເຫັນດີຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ.
ໃນການພົບປະກັບປະທານາທິບໍດີ ຈີເລ Bachelet, ການນຳທັງສອງທ່ານເຫັນດີນຳກັນວ່າ, ສອງປະເທດຄວນສົມທົບກັນ, ກະກຽມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ (25/3/1971-25/3/2016) ເປັນຢ່າງດີ, ສຸມໃສ່ບັນດາການເຄື່ອນໄຫວທີ່ມີລັກສະນະປະສິດທິຜົນ, ແທດຈິງ, ກໍ່ຄືສືບຕໍ່ສົມທົບກັນ ແລະ ສະໜັບສະໜູນກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສສາກົນ ຢ່າງແໜ້ນແຟ້ນ. ທ່ານປະທານປະເທດ ເຈືອງເຕິ໋ນຊາງ ສະເໜີ ຈີເລ ສະໜັບສະໜູນຫວຽດນາມ ເຂົ້າເປັນສະມາຊິກສະພາບໍລິຫານ UNESCO ອາຍຸການ 2015-2019.