ປະທານປະເທດເຈືອງເຕິ໋ນຊາງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມິນ
(ທ່ານປະທານປະເທດເຈືອງເຕິ໋ນຊາງ
ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມິນ)
(vovworld) - ກ່ອນຈັດຕັ້ງກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ຕອນເຊົ້າວັນທີ 17/5, ທ່ານ ປະທານປະເທດ ເຈືອງເຕິ໋ນຊາງ ພ້ອມກັບຄະນະຜູ້ແທນສະພາແຫ່ງຊາດນະຄອນໂຮ່ຈີມິນ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ 4, ນະຄອນໂຮ່ຈີມິນ. ບັນດາຜູ້ມີສິດເລືອກຕັ້ງໄດ້ສ່ອງແສງເຖິງບັນດາສະມາຊິກສະພາແຫ່ງຊາດບັນຫາຕ່າງໆທີ່ກໍ່ຄວາມຂ້ອງໃຈໃນສັງຄົມເຊັ່ນ: ໄພສໍ້ລາດບັງຫຼວງ, ການວາງແຜນຕົວເມືອງ, ສະພາບພັດທະນາເສດຖະກິດສັງຄົມ… ພິເສດບັນດາຜູ້ມີສິດເລືອກຕັ້ງລ້ວນແຕ່ສະແດງໃຫ້ເຫັນຄວາມຕັດສິນໃຈປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ອອກສຽງຄັດຄ້ານການຮຸກຮານກົດໝາຍສາກົນຢ່າງຮ້າຍແຮງຂອງຈີນ, ເມື່ອປ້ານຄູນເກາະຫຼາຍແຫ່ງຢູ່ໝູ່ເກາະເຈື່ອງຊາ ທີ່ຂຶ້ນກັບອະທິປະໄຕຂອງຫວຽດນາມ.
ປະທານປະເທດ ເຈືອງເຕິ໋ນຊາງ ໄດ້ເນັ້ນໜັກອີກເທື່ອໜຶ່ງເຖິງແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ທະເລເກາະທີ່ສັກກະລະບູຊາຂອງປະເທດຊາດ. ທ່ານຢືນຢັນວ່າ, ຫວຽດນາມ ເດັດດຽວຕໍ່ສູ້ເພື່ອປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ທະເລເກາະຂອງປະເທດດ້ວຍສັນຕິວິທີ, ອີງຕາມກົດໝາຍສາກົນ.
ປະທານປະເທດ ເຈືອງເຕິ໋ນຊາງ ຢືນຢັນ ຈະສົ່ງບັນດາຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງເຖິງສະພາແຫ່ງຊາດ ແລະ ບັນດາອົງການທີ່ກ່ຽວຂ້ອງເພື່ອພິຈາລະນາ.