ປະທານປະເທດເຈືອງເຕີ໋ນຊາງມາຮອດLaHabanaຢ້ຽມຢາມກູບາຢ່າງເປັນທາງການ
ການນຳກະຊວງການຕ່າງປະເທດ ກູບາຕ້ອນຮັບ
ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ
(ພາບ: cand.vn)
(vovworld) – ຕອນເຊົ້າວັນທີ 29/9, (ຕາມເວລາ ຫວຽດນາມ), ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຮອດສະໜາມບິນສາກົນ Jose Marti Hanana ນະຄອນຫລວງ La Habana, ເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດ ກູບາ ຢ່າງເປັນທາງການ. ຕ້ອນຮັບຄະນະຜູ້ແທນຢູ່ສະໜາມບິນມີການນຳກະຊວງການຕ່າງປະເທດ ກູບາ; ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ Herminio Lopez Diaz; ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກູບາ ເຢືອງມິງ; ພ້ອມກັບບັນດານັກສຶກສາ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ກູບາ.
ຄາດຄະເນວ່າ ໃນລາຍການເຄື່ອນໄຫວເປັນເວລາ 2 ວັນຢູ່ ກູບາ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຈະພົບປະເຈລະຈາກັບທ່ານປະທານສະພາແຫ່ງລັດ ກູບາ ແລະ ສະພາລັດຖະມົນຕີ Raul Castro; ພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ກູບາ Esteban lazo; ວາງພວງມາລາຢູ່ອະນຸສາວະລີ ປະທານໂຮ່ຈີມິນ; ຢ້ຽມຢາມໂຮງຮຽນປະຖົມ ຫງວຽນວັນໂຈຍ, ໂຮງຮຽນປະຖົມ ຫວໍທິທັງ; ໂອລົມກັບປະຊາຄົມຊາວ ຫວຽດນາມ ຢູ່ ກູບາ ແລະ ເພື່ອນມິດ ກູບາ; ເຂົ້າຮ່ວມພິທີໄຂເວທີປາໄສວິສາຫະກິດ ຫວຽດນາມ - ກູບາ; ເປັນສັກຂີພິຍານພິທີລົງນາມ “ບົດບັນທຶກຂໍ້ຕົກລົງການຮ່ວມມືກ່ຽວກັບໂຄງການລົງທຶນກໍ່ສ້າງກຸ່ມໂຮງແຮມ 5 ດາວຢູ່ກູບາ”, ຢ້ຽມຢາມໂຄງການຜະລິດເຂົ້າສານ Calimete.