(vovworld) - ຕອນບ່າຍວັນທີ 23/11, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈືອງເຕິ໋ນຊາງ (Trương Tấn Sang) ໄດ້ໃຫ້ການຕ້ອນຮັບທ່ານ Ali Mohamed Shein ປະທານາທິບໍດີເຂດເຄິ່ງປົກຄອງດ້ວຍຕົນເອງ Zazibar ສັງກັດປະເທດ ສ. Tanzania ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ຂໍຂອບອົກຂອບໃຈການສະໜັບສະນູນຂອງ Tanzania ທີ່ມີຕໍ່ຫວຽດນາມ ອອກສະໝັກຮັບເລືອກຕັ້ງເປັນສະມາຊິກບໍ່ປະຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021 ແລະ ບັນດາອົງການອື່ນໆຂອງສະຫະປະຊາຊາດ. ທ່ານປະທານປະເທດເນັ້ນໜັກວ່າ ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຮ່ວມມືຄື: ເສດຖະກິດການຄ້າ, ກະສິກຳ, ຮັບປະກັນຄວາມປອດໄພດ້ານສະບຽງອາຫານ… ທ່ານປະທານປະເທດໄດ້ຖືວ່າ ສອງຝ່າຍຄວາມກວດກາຄືນບັນດາສັນຍາທີ່ໄດ້ຮັບການລົງນາມ ແລະ ເພີ່ມເຕີ່ມສັນຍາໃໝ່ ເພື່ອເປັນພື້ນຖານດ້ານກົດໝາຍ ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດຢ່າງແຮງກວ່າເກົ່າ. ພ້ອມກັນນັ້ນ, ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ສົ່ງຜູ້ຊ່ຽວຊານໄປຊ່ວຍ Zazibar ແລະ Tanzania ໃນຂົງເຂດອຸດສາຫະກຳ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດສອງປະເທດຊອກຮູ້ການດຳເນີນທຸລະກິດ ແລະ ການລົງທຶນຢູ່ຕະຫຼາດຂອງສອງປະເທດ. ສ່ວນທ່ານ Ali Mohamed Shein ໄດ້ແຈ້ງໃຫ້ທ່ານປະທານປະເທດຫວຽດນາມ ຊາບກ່ຽວກັບສະພາບການເມືອງ, ພັດທະນາເສດຖະກິດສັງຄົມຂອງ Tanzania ແລະ ຫວັງວ່າ ຫວຽດນາມ ຈະແບ່ງປັນບົດຮຽນກັບ Zazibar ແລະ Tanzania ກ່ຽວກັບຮູບແບບພັດທະນາ ແລະ ຮັບປະກັນຄວາມປອດໄພດ້ານສະບຽງອາຫານ… ພ້ອມທັງຍູ້ແຮງການຮ່ວມມືໃນຂົງເຂດເຊິ່ງສອງຝ່າຍມີທ່າແຮງກວ່າອີກ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ. ທ່ານ Ali Mohamed Shein ກໍຢືນຢັນວ່າ Tanzania ພ້ອມແລ້ວທີ່ຈະສະໜັບສະໜູນຫວຽດນາມ ອອກສະມັກຮັບເລືອກຕັ້ງເຂົ້າໃນບັນດາອົງດານສະມາຊິກຂອງສະຫະປະຊາຊາດ ແລະ ສະໜັບສະໜູນກົນໄກເສດຖະກິດການຕະຫຼາດສຳລັບຫວຽດນາມ.