ປະທານປະເທດ Truong Tan Sang ພົບປະກັບຜູ້ວ່າການແທນປະທານ Duma ແຫ່ງຊາດ ລັດເຊຍ
ທ່ານປະທານປະເທດ Truong Tan Sang ແລະ ທ່ານ ຜູ້ວ່າການແທນປະທານ Duma ແຫ່ງຊາດລັດເຊຍ
(ພາບ: VNA)
(vovworld) - ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ວັນທີ 28/7, ທ່ານປະທານປະເທດຫວຽດນາມ Truong Tan Sang ໄດ້ມີການພົບປະກັບຜູ້ວ່າການແທນປະທານ Duma ແຫ່ງຊາດລັດເຊຍ (ຫຼື ສະພາຕຳ່) ສະຫະພັນ ລັດເຊຍ ທ່ານ I. Mennhikop. ທີ່ການພົບປະ, ທ່ານຜູ້ວ່າການແທນປະທານ Duma ແຫ່ງຊາດ Mennhikop ຢືນຢັນວ່າ: Duma ແຫ່ງຊາດ ລັດເຊຍ ຈະສືບຕໍ່ເອົາໃຈໃສ່ຊຸກຍູ້ການພົວພັນກັບຫວຽດນາມ, ພິເສດ ແມ່ນຍູ້ແຮງການຮ່ວມມືໃນຂົງເຂດນິຕິບັນຍັດ ແລະ ຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງຂັ້ນສູງສຳຄັນທີ່ບັນລຸໄດ້. ທ່ານປະທານປະເທດ Truong Tan Sang ກໍສະເໜີວ່າ: Duma ແຫ່ງຊາດລັດເຊຍ ຈະໜູນຊ່ວຍຫວຽດນາມ ຍົກສູງລະດັບຂອງພະນັກງານສະເພາະກິດ ສະພາແຫ່ງຊາດ, ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງນັບມື້ນັບສູງ ຂອງວຽກງານນິຕິບັນຍັດຂອງຫວຽດນາມ.
ທ່ານປະທານປະເທດ Truong Tan Sang ແລະ ທ່ານຜູ້ວ່າການແທນປະທານ Duma ແຫ່ງຊາດລັດເຊຍ I. Mennhikop ເຊື່ອໝັ້ນວ່າ ອົງການນິຕິບັນຍັດຂອງຫວຽດນາມ ແລະ ສະຫະພັນ ລັດເຊຍ ຈະສືບຕໍ່ຍູ້ແຮງການພົວພັນຮ່ວມມືຄື: ແລກປ່ຽນຄະນະຜູ້ແທນຢູ່ບັນດາຂັ້ນ ແລະ ຂະແໜງການຕ່າງໆ, ສືບຕໍ່ຮ່ວມມືໃນເວທີສາກົນ, ສົມທົບກັນໃນການຮັບປະກັນຜົນສັກສິດ ແລະ ລັກສະນະເປັນໄປໄດ້ຂອງບັນດາສົນທິສັນຍາສາກົນ ເຊິ່ງທັງ 2 ຝ່າຍຕ່າງກໍເຂົ້າຮ່ວມ. ທ່ານປະທານປະເທດ Truong Tan Sang ແລະ ທ່ານຜູ້ວ່າການແທນປະທານ Duma ແຫ່ງຊາດລັດເຊຍ I. Mennhikop ຕີລາຄາສູງເລື່ອງສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດ ມິດຕະພາບຫວຽດນາມ - ສະຫະພັນລັດເຊຍ, ຖືວ່ານີ້ແມ່ນຂົວເຊື່ອມຕໍ່ໃຫ້ແກ່ການພົວພັນລະຫວ່າງ ສະພາແຫ່ງຊາດ 2 ປະເທດ. ຢັ້ງຢືນຈະສ້າງເງື່ອນໄຂອຳນວຍຄວາມສະດວກທີ່ສຸດ ເພື່ອໃຫ້ບັນດາກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບເສີມຂະຫຍາຍການເຄື່ອນໄຫວຂອງຕົນຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນເລື່ອງເພີ່ມທະວີການພົວພັນຮອບດ້ານລະຫວ່າງ 2 ປະເທດ.
ຕອນບ່າຍວັນທີ 29/7(ຕາມເວລາຫວຽດນາມ), ທ່ານປະທານປະເທດ Truong Tan Sang ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກ ມົດສະກູ ໄປຢ້ຽມຢາມເຂດປົກຄອງຕົນເອງ Nhenhetxky ແລະ ຄາດວ່າຈະເຂົ້າຮ່ວມພິທີນຳແຮ່ນ້ຳມັນ Khoxedaut ຂອງ Rusvietpetro ເຂົ້າຂຸດຄົ້ນ.