ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ
ຕ້ອນຮັບທ່ານ Rionald Silaban
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 9/11 ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຜູ້ອຳນວຍການຝ່າຍບໍລິຫານຂອງບາງກຸ່ມປະເທດໃນກຸ່ມທະນາຄານໂລກ (WB) ໂດຍທ່ານ Rionald Silaban ຜູ້ອຳນວຍການຝ່າຍບໍລິຫານ WB ຢູ່ ອິນໂດເນເຊຍ ເປັນຫົວໜ້າຄະນະ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢືນຢັນວ່າ: ດ້ວຍການຊ່ວຍເຫຼືອຢ່າງມີປະສິດທິຜົນຂອງ WB ໃນຫລາຍປີຜ່ານມາ, ຫວຽດນາມ ໄດ້ປະຕິບັດບັນດາຈຸດໝາຍສະຫັດສະວັດຂອງ ສະຫະປະຊາຊາດຢ່າງມີໄຊ ແລະ ພວມສືບຕໍ່ຜັນຂະຫຍາຍບັນດາໂຄງການພັດທະນາແບບຍືນຍົງຂອງສະຫະປະຊາຊາດ ທີ່ ຫາກໍໄດ້ຮັບຮອງເອົາຢູ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດໃນເດືອນ 9/2015 ຜ່ານມາ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະເໜີ WB ແກ່ຍາວກຳນົດເວລາໜູນຊ່ວຍ ODA ໄລຍະຍາວໃຫ້ແກ່ ຫວຽດນາມ; ສືບຕໍ່ຊ່ວຍເຫຼືອປະເທດຕ່າງໆ ເຊິ່ງໄດ້ປະຕິບັດສຳເລັດການລົບລ້າງຄວາມອຶດຫິວທຸກຍາກແລ້ວ ແຕ່ອັດຕາສ່ວນຄວາມທຸກຍາກຍັງຫລາຍ, ມີຄວາມສ່ຽງສູງ ຈະກັບຄືນສະພາບຄວາມທຸກຍາກຄື ຫວຽດນາມ.
ສ່ວນທ່ານ Rionald Silaban ກໍເນັ້ນໜັກວ່າ: ທະນາຄານໂລກຈະສືບຕໍ່ສະໜັບສະໜູນ, ເອົາໃຈໃສ່, ໜູນຊ່ວຍ ຫວຽດນາມ ໃນວິວັດທະນາການພັດທະນາແບບຍືນຍົງ.