ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບປະທານສະພາຕຳ່ອານເຊຣີ
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບ
ທ່ານປະທານສະພາຕຳ່ອານເຊຣີ Mohamed Larbi Ould Khelifa
(vovworld) - ຕອນບ່າຍວັນທີ 30/3, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາຕຳ່ອານເຊຣີ Mohamed Larbi Ould Khelifa ເນື່ອງໃນໂອກາດມາ ຫວຽດນາມ ເຂົ້າຮ່ວມ IPU-132. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ຢືນຢັນວ່າ: ຍາມໃດ ຫວຽດນາມ ກໍ່ພ້ອມແລ້ວທີ່ຈະຊຸກຍູ້ການພົວພັນຮ່ວມມືກັບ ອານເຊຣີ ໃນທຸກຂົງເຂດ. ໃນບັນດາເວທີປາໄສລັດຖະສະພາສາກົນ ແລະ ພາກພື້ນ, 2 ຝ່າຍຮ່ວມມືຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນຊື່ງກັນ ແລະ ກັນ ເພື່ອຜົນປະໂຫຍດລວມຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ. 2 ຝ່າຍເພີ່ມທະວີຊຸກຍູ້ການຮ່ວມມືໃນຂົງເຂດນິຕິບັນຍັດ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 30/3, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາຕຳ່ Sudan Alftih Izz Alden Almonsour ໄດ້ມາຮອດ ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ IPU-132. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ: ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງສະພາຕຳ່ Sudan ປະກອບສ່ວນປັບປຸງການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ແລະ 2 ອົງການນິຕິບັນຍັດເພື່ອຜົນປະໂຫຍດລວມຂອງປະຊາຊົນແຕ່ລະປະເທດ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ສະເໜີ 2 ຝ່າຍບໍ່ພຽງແຕ່ຊຸກຍູ້ການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດເທົ່ານັ້ນ, ຫາກຍັງເພີ່ມທະວີຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດດ້ານການຄ້າ, ກະສິກຳ, ສິນໃນນ້ຳ, ນ້ຳມັນອາຍແກັດອີກດ້ວຍ.
ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ແລະ ທ່ານປະທານສະພາຕຳ່ Sudan Alftih Izz Alden Almonsour ໄດ້ເປັນສັກຂີພິຍານພິທີເຊັນສັນຍາຍົກເວັ້ນວີຊາໃຫ້ຜູ້ທີ່ຖືໜັງສືຜ່ານແດນທາງການທູດ, ທາງລັດຖະການ ຫຼື ພິເສດ.