ປະທານສະພາແຫ່ງຊາດຫວຽດນາມພົບປະປະທານສະພາຕ່ຳຍີ່ປຸ່ນແລະ ຄະນະປະຕິບັດງານຫວຽດນາມປະຈຳສປຊ
(ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ ພົບປະ
ກັບທ່ານປະທານສະພາຕ່ຳ ຍີ່ປຸ່ນ Tadamori Oshima)
(vovworld) – ເນື່ອງໃມໂອກາດເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໃນໂລກຄັ້ງທີ 4 ຢູ່ນິວຢອກ, ຕອນຄ່ຳວັນທີ 30/8 (ຕາມເວລາທ້ອງຖິ່ນ, ຕອນເຊົ້າວັນທີ 31/8 ເວລາ ຫວຽດນາມ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ ພົບປະກັບທ່ານປະທານສະພາຕ່ຳ ຍີ່ປຸ່ນ Tadamori Oshima. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະເໜີ 2 ຝ່າຍຮັກສາການຢ້ຽມຢາມ, ພົບປະຂັ້ນສູງລະຫວ່າງ 2 ປະເທດເປັນປະຈຳ; ຊຸກຍູ້ການພົບປະແລກປ່ຽນລະຫວ່າງສະພາແຫ່ງຊາດ, ບັນດາພັນທະມິດສະມາຊິກລັດຖະສະພາມິດຕະພາບ ແລະ ຜູ້ແທນສະພາແຫ່ງຊາດກ່ວາອິກ ເພື່ອເພີ່ມທະວີການແລກປ່ຽນຂໍ້ມູນຂ່າວ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະເໜີສະພາແຫ່ງຊາດ ຍີ່ປຸ່ນ ເອົາໃຈໃສ່, ສະໜັບສະໜູນການຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງຂັ້ນສູງດ້ານເສດຖະກິດ; ຊຸກຍູ້ລັດຖະບານ ຍີ່ປຸ່ນ ສືບຕໍ່ຮັກສາແຫຼ່ງທຶນ ODA ຢູ່ລະດັບສູງ ເພື່ອຊ່ວຍ ຫວຽດນາມ ພັດທະນາຢ່າງໝັ້ນຄົງ, ສຳເລັດຄາດໝາຍພື້ນຖານ ກາຍເປັນປະເທດອຸດສາຫະກຳໃນປີ 2020, ເມື່ອເຕື້ອງເຖິງສະພາບການຢູ່ທະເລຕາເວັນອອກ ທີ່ພວມມີການຜັນແປສັບສົນຫລາຍຢ່າງ, ເຊິ່ງໄດ້ຂົ່ມຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ, ທາງອາກາດໃນພາກພື້ນ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢືນຢັນວ່າ: ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຕັດສິນໃຈຕໍ່ສູ້ ດ້ວຍບັນດາມາດຕະການສັນຕິພາບ, ເໝາະສົມກັບກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS); ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ກ້າວໄປເຖິງປະມວນຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ. ຫວຽດນາມ ຂອບອົກຂອບໃຈ ແລະ ປາດຖະໜາຢາກໄດ້ຮັບການສະໜັບສະໜູນຈາກ ຍີ່ປຸ່ນ ແລະ ສະພາແຫ່ງຊາດ ຍີ່ປຸ່ນ ສຳລັບຫຼັກໝັ້ນຂອງ ຫວຽດນາມ ໃນບັນຫາທະເລຕາເວັນອອກ.
ກ່ອນໜ້ານັ້ນ, ເມື່ອລົງຢ້ຽມຢາມພະນັກງານ, ພາລະກອນຄະນະປະຕິບັດງານ ຫວຽດນາມ ຢູ່ ສະຫະປະຊາຊາດ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະແດງຄວາມເຊື່ອໝັ້ນວ່າ: ພະນັກງານ, ພາລະກອນໃນຄະນະປະຕິບັດງານ ຍົກສູງລະດັບວີິຊາສະເພາະຢ່າງບໍ່ຢຸດຢັ້ງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂອງປະເທດຊາດໃນໄລຍະເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ.