ປະທານສະພາແຫ່ງຊາດ ສີລັງກາ ຢ້ຽມຢາມ ອ່າວ ຮ້າລອງ
ຄະນະຜູ້ແທນສະພາແຫ່ງຊາດ ສີລັງກາ ເຮັດວຽກກັບການນຳແຊວງກວາງນິງ
(ພາບ: baoquangninh.com.vn)
(vovworld) – ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮູ່ງ, ວັນທີ 16/7, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສີລັງກາ ໂດຍທ່ານ Chamal Rajapaksa, ປະທານສະພາແຫ່ງຊາດ ນຳໜ້າໄດ້ມີໄປຮອດແຂວງ ກວາງນິງ, ຢ້ຽມຢາມ ມໍລະດົກ - ທິວທັດທຳມະຊາດມະຫັດສະຈັນໂລກ ອ່າວຮ້າລອງ ແລະ ເຮັດວຽກກັບແຂວງ ກວາງນິງ. ທ່ານປະທານສະພາແຫ່ງຊາດ ສີລັງກາ Chamal Rajapaksa ຕີລາຄາວ່າແຂວງ ກວາງນິງ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາການທ່ອງທ່ຽວ. ທ່ານ ຫວັງວ່າ ສີລັງກາ ແລະ ຫວຽດນາມ ຈະຊຸກຍູ້ສາຍພົວພັນຮ່ວມມືໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ, ພິເສດແມ່ນເລື່ອງແລກປ່ຽນບົດຮຽນໃນຂົງເຂດທ່ອງທ່ຽວ ແລະ ກະສິກຳ.