ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງຕ້ອນຮັບ ນາຍົກລັດຖະມົນຕີ ຕີມໍຕາເວັນອອກ
(ພາບ: quehuongonline.vn)
(vovworld)-
ວັນທີ 5/9, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີປະເທດ ສ.ຕີມໍຕາເວັນອອກ Kay Rala Xanana Gusmao ຊື່ງພວມຢູ່ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ຕີລາຄາສູງໝາກຜົນການພົບປະເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີຕີມໍຕາເວັນອອກ ກັບນາຍົກລັດຖະມົນຕີຫງວຽນຕິນຢຸງ ພ້ອມທັງຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືການພົວພັນ ແລະ ການຮ່ວມມືຮອບດ້ານກັບຕີມໍຕາເວັນອອກເປັນສຳຄັນ ໃນຂອບເຂດການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ. ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ປາດຖະໜາວ່າ ສອງຝ່າຍຈະເປີດກ້ວາງການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ໃນນັ້ນມີການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ບັນດາ ອົງການ, ກຳມາທິການຂອງສະພາແຫ່ງຊາດ, ສ້າງປະຖົມປັດໃຈໃຫ້ແກ່ການຊຸກຍູ້ການແລກປ່ຽນ, ແບ່ງປັນບົດຮຽນໃນຂົງເຂດນິຕິບັນຍັດ ແລະ ຮ່ວມມືຢ່າງມີປະສິດທິຜົນໃນບັນດາເວທີປາໄສລັດຖະສະພາພາກພື້ນ ແລະ ສາກົນ.