ທ່ານປະທານສະພາສູງ ສະວິດ Ivo Bischofberger
ພາບ:vietbao.vn
|
(vovworld)- ຕອນບ່າຍວັນທີ 28/3, ຄະນະຜູ້ແທນຂັ້ນສູງສະພາແຫ່ງລັດ(ສະພາສູງ) ສະວິດ ໂດຍທ່ານປະທານສະພາສູງ Ivo Bischofberger ນຳຫນ້າ ໄດ້ເດີນທາງມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 28-31/3/2017 ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນ. ຕາມແຜນການແລ້ວ, ໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ທ່ານປະທານສະພາສູງ ສະວິດ ຈະເຈລະຈາກັບ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ, ເຮັດວຽກກັບກະຊວງອຸດສາຫະກຳ - ການຄ້າ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ.