ປະທານສະພາແຫ່ງລັດສະຫະພັນສະວິດສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ
ຄະນະຜູ້ແທນຂັ້ນສູງສະພາແຫ່ງລັດ(ສະພາສູງ) ສະຫະພັນສະວິດ
ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 31/3, ຄະນະຜູ້ແທນຂັ້ນສູງສະພາແຫ່ງລັດ(ສະພາສູງ) ສະຫະພັນສະວິດ ໂດຍທ່ານປະທານສະພາແຫ່ງລັດ Ivo Bischofberger ນຳໜ້າ ໄດ້ເດີນທາງອອກຈາກຮ່າໂນ້ຍ ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 28-31/3/2017 ຕາມຄໍາເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ. ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາສູງສະວິດ ໄດ້ພົບປະເຈລະຈາກັບຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ນຳໜ້າ; ເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ; ເຮັດວຽກກັບກະຊວງອຸດສາຫະກຳ-ການຄ້າ, ກະຊວງສຶກສາ ແລະ ບຳລຸງສ້າງ.
ທີ່ການພົບປະຄັ້ງຕ່າງໆ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ໃນໄລຍະຈະມາເຖິງ ສົມທົບກັນຢ່າງແໜ້ນແຟ້ນໃນຂົງເຂດການສຶກສາບຳລຸງສ້າງ. ພິເສດແມ່ນ ບຳລຸງສ້າງອາຊີບທີ່ມີການເຊື່ອມຕໍ່ກັບບັນດາວິສາຫະກິດສະວິດ ທີ່ພວມລົງທຶນຢູ່ຫວຽດນາມ; ໜູນຊ່ວຍສ້າງລະບົບສຶກສາມີຄຸນນະພາບສູງ, ການຄົ້ນຄວ້າວິທະຍາສາດ-ເຕັກໂນໂລຊີ ຕິດພັນ ກັບການບຳລຸງສ້າງຢູ່ບັນດາມະຫາວິທະຍາໄລ ແລະ ສູນຄົ້ນຄວ້າ… ສະວິດຢືນຢັນວ່າ: ຈະຈັດຕັ້ງບັນດາຊຸດບຳລຸງອາຊີບໃຫ້ຫວຽດນາມ. ສອງຝ່າຍເຫັນດີເປັນເອກະສັນນຳກັນວ່າ ໃນໄລຍະຈະມາເຖິງ ຈະເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາຄະນະກຳມະການ, ກຸ່ມສະມາຊິກລັດຖະສະພາມິດຕະພາບ ເພື່ອແລກປ່ຽນບົດຮຽນໃນການເຄື່ອນໄຫວລັດຖະສະພາ, ເປັນພື້ນຖານພັດທະນາການພົວພັນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ.