ປະທານາທິບໍດີຄົນໃໝ່ ອີຢິບ ສະບານຕົວເຂົ້າດຳລົງຕຳແໜ່ງ
Pham Huan ນກຂ່າວ VOV ປະຈຳອີຢິບ -  
ປະທານາທິບໍດີຄົນໃໝ່ ອີຢິບ ທ່ານ Mohamed Mursi ສະບານຕົວເຂົ້າດຳລົງຕຳແໜ່ງ
(ພາບ: baomoi.com)
(vovworld) - ວັນທີ 30/6, ປະທານາທິບໍດີຄົນໃໝ່ຂອງ ອີຢິບ ທ່ານ Mohamed Mursi ໄດ້ສະບານຕົວເຂົ້າດຳລົງຕຳແໜ່ງຢ່າງເປັນທາງການ. ໃນພິທີສະບານຕົວ ຢູ່ສານລັດຖະທຳມະນູນ, ທ່ານປະທານາທິບໍດີຄົນໃໝ່ Mursi ໄດ້ຖະແຫຼງວ່າ: ຈະສ້າງຕັ້ງ “ລັດແຫ່ງພົນລະເຮືອນ ແລະ ລັດຖະທຳມະນູນ”, ພ້ອມທັງຢືນຢັນວ່າ: “ຈະບໍ່ອະນຸຍາດໃຫ້ຜູ້ໃດສວຍໃຊ້ສິດອຳນາດຂອງປະທານາທິບໍດີ”. ທ່ານໄດ້ໃຫ້ຄຳໝັ້ນສັນຍາຮັກສາລະບອບສາທາລະນະ, ເຄົາລົບນັບຖືລັດຖະທຳມະນູນ ແລະ ກົດໝາຍ, ປົກປັກຮັກສາສິດຜົນປະໂຫຍດຂອງປະຊາຊົນຢ່າງຄົບຖ້ວນ, ປົກປັກຮັກສາເອກະລາດແຫ່ງຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນ.
ພາຍຫຼັງພິທີສະບານຕົວເຂົ້າດຳລົງຕຳແໜ່ງຕໍ່ໜ້າສານລັດຖະທຳມະນູນສູງສຸດ, ທ່ານປະທານາທິບໍດີ Mohamed Mursi ໄດ້ເຂົ້າຮ່ວມຂະບວນແຫ່ສະແດງກຳລັງຢູ່ຊານນະຄອນຫຼວງ ກາຍໂຣ. ນະທີ່ນີ້, ນາຍພົນ ອາວຸໂສ Hussein Tantawi, ປະທານສະພາສູງສຸດກຳລັງປະກອບອາວຸດ ໄດ້ມອບໂອນສິດອຳນາດໃຫ້ແກ່ທ່ານ Mursi ໄວກ່ວາໜຶ່ງວັນເມື່ອທຽບກັບແຜນການ.
Pham Huan ນກຂ່າວ VOV ປະຈຳອີຢິບ