(vovworld) - ສານພິເສດຂອງທ່ານປະທານາທິບໍດີ Vladimir Putin ທີ່ອ່ານຢູ່ວັງ Kremli ເມື່ອວັນທີ 18/03, ຢືນຢັນວ່າ ການເອົາປະຊາມະຕິກ່ຽວກັບເລື່ອງໂອນ ກ.ຣືມ ເຂົ້າລັດເຊຍ ແມ່ນຖືກຕາມຫຼັກການປະຊາທິປະໄຕຢ່າງສິ້ນເຊິ່ງ. ນັບແຕ່ນີ້ເປັນຕົ້ນໄປໃນແຫຼມ ກ.ຣືມ ຈະໃຊ້ 3 ພາສາພ້ອມກັນຄື: ລັດເຊຍ, ອູແກຼມ ແລະ Tarta.
ເພື່ຶອຢັ້ງຢືນລັກສະນະຖືກຕ້ອງຕາມກົດໝາຍຂອງຄຳຖະແຫຼງປະກາດເອກະລາດຂອງກ.ຣືມ, ທ່ານປະທານາທິບໍດີລັດເຊຍ ໄດ້ຄັດສະເໜີບັນດາກົດໝາຍສາກົນ ເຊິ່ງໃນນັ້ນບໍ່ກຳນົດຫ້າມສິດຖະແຫຼງປະກາດເອກະລາດ.
ໃນເຫດການທີ່ກ່ຽວຂ້ອງ, ວັນທີ 18/03, ພາຍຫຼັງການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາອັນດັບໜຶ່ງຂອງໂລກ (ຈີ 8) ຖະແຫຼງຢຸດຕິຖານະເປັນສະມາຊິກຂອງລັດເຊຍ ໂດຍຊົ່ວຄາວ, ທ່ານລັດຖະມົນຕີການຕ່າງປະເທດອັງກິດ William Hague ໃຫ້ຮູ້ວ່າ, ປະເທດນີ້ໄດ້ຢຸດຕິການເຄື່ອນໄຫວດ້ານການທະຫານທັງໝົດກັບລັດເຊຍ.
ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີອາເມລິກາ Barack Obama ຮຽກຮ້ອງ ຈີ 7 ດຳເນີນກອງປະຊຸມສຸດຍອດໃນສັບປະດາໜ້າ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການລົງໂທດລັດເຊຍ. ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ຢືນຢັນວ່າ ເລື່ອງມົດສກູ ໂອນ ກ.ຣືມ ເຂົ້າຜືນແຜນດິນລັດເຊຍ ແມ່ນການກະທຳລະເມີດກົດໝາຍ, ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ຝລັ່ງ Francois Hollande ຢືນຢັນວ່າ ປາຣີ ບໍ່ຮັບຮອງສິ່ງດັ່ງກ່າວ.
ໂດຍຕອບຄືນບັນດາຄຳຕຳນິຕິຕຽນດັ່ງກ່າວ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ຖະແຫຼງວ່າ ບັນດາກົນອຸບາຍຂອງຝ່າຍຕາເວັນຕົກທີ່ນາບຂູ່ຈະລົງໂທດລັດເຊຍ ເຊິ່ງກ່ຽວຂ້ອງເຖິງເລື່ອງປະເທດນີ້ລົງນາມໃນສັນຍາໂອນ ກ.ຣືມ ເຂົ້າລັດເຊຍ ນັ້ນຈະຖືກຖືວ່າແມ່ນກະທຳການເກາະຜິດ ແລະ ວັງ Kremli ຈະໂຕ້ຕອບຄືນ.
ກ່ຽວຂ້ອງເຖິງບັນຫານີ້, ວັນທີ 18/3, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ ແລະ ທ່ານປະທານາທິບໍດີ ອາເມລິກາ Obama ມີການໂອ້ລົມທາງໂທລະສັບ ໂດຍເຫັນດີວ່າບັນດາມາດຕະການລົງໂທດເຊິ່ງສະຫະພາບ ເອີລົບ ແລະ ອາເມລິກາ ຍົກອອກມາສຳລັບເຈົ້າໜ້າທີ່ ລັດເຊຍ ບາງທ່ານແມ່ນເໝາະສົມ.