(ພາບ:m.vietgiaitri.com)
( vovworld ) – ວັນທີ 30/8, ປະທານາທິບໍດີອີຣານ Mahmoud Ahmadinejad ແລະ ຄູ່ຕຳແໜ່ງອີຢີບ, ທ່ານ Mohamed Morsi ໄດ້ດຳເນີນການເຈລະຈາໂດຍກົງ ຢູ່ນອກກອງປະຊຸມສຸດຍອດຂະບວນການບໍ່ຮ່ວມກຸ່ມ ( NAM) ຊື່ງພວມດຳເນີນໄປຢູ່ນະຄອນຫຼວງເຕເຮຣານ ປະເທດອີຣານ. ນີ້ເປັນຄັ້ງທຳອິດທີ່ປະທານາທິບໍດີຂອງອີຢີບ ໄປຢ້ຽມຢາມອີຣານ ນັບແຕ່ເມື່ອສອງປະເທດຢຸດຕິການພົວພັນທາງການທູດ ພາຍຫຼັງການປະຕິວັດອິດສະລາມອີຣານ ປີ 1979. ທີ່ການເຈລະຈາ, ປະທານາທິບໍດີອີຣານ Mahmoud Ahmadinejad ໄດ້ຊົມເຊີຍທ່ານ Morsi ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີຢູ່ອີຢີບ ຫວ່າງແລ້ວນີ້. ສ່ວນທ່ານ Morsi ໄດ້ເວົ້າວ່າ ອາຍຸການເປັນປະທານ NAM ຂອງອີຣານ ທີ່ຈະມາເຖິງຈະແມ່ນກາລະໂອກາດໃຫ້ແກ່ຂະບວນການນີ້. ວົງການນັກສັງເກດການຕ່າງປະເທດໃຫ້ຂໍ້ສັງເກດວ່າ, ເລື່ອງການນຳຂັ້ນສູງອີຢີຍໄປຍັງອີຣານ ຄັ້ງນີ້ ອາດຈະແມ່ນສັນຍານກ່ຽວກັບການປ່ຽນແປງສຳຄັນໃນພາກພື້ນ.