ປະທານາທິບໍດີອາເມລິກາສືບຕໍ່ການປະຕິບັດງານຢູ່ອາຊີຕາເວັນອອກສ່ຽງໃຕ້

ປະທານາທິບໍດີອາເມລິກາສືບຕໍ່ການປະຕິບັດງານຢູ່ອາຊີຕາເວັນອອກສ່ຽງໃຕ້ - ảnh 1
ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​​ຢ້ຽມຢາມ​ມຽນມາ
(ພາບ: google.com.vn)

(vovworld) - ພາຍຫຼັງ​ການ​ພົບ​ປະ​ກັບ​ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິງຣັກຊິນນະ​ວັດ​ ໃນວັນ​ທີ 18/11, ດ້ວຍ​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ສອງ​ຝ່າຍ. ວັນ​ທີ 19/11, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ມຽນມາ. ນີ້​ຖືກ​ຖື​ວ່າ​ແມ່ນ​ການ​ຢ້ຽມຢາມ​ຄັ້ງ​ປະຫວັດສາດ ​ແລະ ຈະ​ປະກອບສ່ວນ​ພໍ​ສົມຄວນ​ເຂົ້າ​ໃນ​ການ​ປັບປຸງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ເພາະວ່າ, ​ນີ້​ແມ່ນ​ການ​ຢ້ຽມ​ຢາມ​ທຳ​ອິດ​ຂອງ​ປະທານາທິບໍດີອາ​ເມ​ລິ​ກາ ​ເຖິງ​ປະ​ເທດ​ອາຊີ​ນີ້.

​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ Obama ປະກາດ​ບ້ວງ​ຊ່ວຍ​ເຫຼື​ອທີ່​ມີ​ມູນ​ຄ່າ 170 ລ້ານ USD ​ໃນ​ຮອບ​ເວລາ 2 ປີ​ຕໍ່ໜ້າ, ​ເພື່ອ​ສົ່ງ​ເສີມ​ລັດຖະບານ​ມຽນມາ​ສືບ​ຕໍ່​ປະຕິບັດ​ການ​ປະຕິ​ຮູບ​ປະຊາທິປະ​ໄຕ, ພ້ອມ​ທັງ​ຮຽກຮ້ອງ​ລັດຖະບານ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ເຄັ່ງ​ຕຶງ​ລ​ະ ຫວ່າງ​ເຊື້ອ​ຊາດ​ຜີວພັນ​ທີ່​ພວມ​ເກີດ​ຂຶ້ນ​ຢູ່ Rekhine ບ່ອນ​ທີ່​ມີ​ຊາວ​ມຸດ​ສະລີ​ນ ກວ່າ 100.00 ຄົນ​ຕ້ອງ​ອົບ​ພະຍົບ. ​ໂອກາດ​ນີ້​ທ່ານຈະ​ມີ​ການ​ພົບ​ປະ​ກັບ​ປະທານາທິບໍດີ​ມຽນມາ Thein Sein, ຜູ້​ທີ່​ມີ​ຄວາມ​ມານະ​ພະຍາຍາມ​ປະຕິ​ຮູບ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ ນັບ​ແຕ່​ໄດ້​ຮັບ​ຕຳ​ແໜ່​ງ​ເມື່ອ​ເດືອນ 3 ປີ​ກາຍ​ນີ້.

ຂ່າວ/ບົດ​ອື່ນ