( vovworld ) - ໂທລະພາບແຫ່ງລັດອີຍີບ ໃຫ້ຂ່າວວ່າ ວັນທີ 24/7, ທ່ານປະທານນາທິບໍດີ ອີຍີບ Mohammed Morsi ໄດ້ແຕ່ງຕັ້ງທ່ານ Hisham Qandil ລັດຖະມົນຕີແຫຼ່ງນ້ຳ ແລະ ຊົນລະປະທານທີ່ໃກ້ຈະໝົດອາຍຸການຂອງປະເທດນີ້ ເປັນນາຍົກລັດຖະມົນຕີຄົນໃໝ່ຂອງປະເທດນີ້, ພ້ອມກັນນັ້ນໄດ້ຮຽກຮ້ອງໃຫ້ທ່ານ Qandil ຈົ່ງສ້າງຕັ້ງຄະນະລັດຖະບານຊຸດໃໝ່ໂດຍໄວ. ທ່ານນາຍົກລັດຖະມົນຕີຄົນໃໝ່ Qandil ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີແຫຼ່ງນ້ຳ ແລະ ຊົນລະປະທານເມື່ອເດືອນ 7/2011, ໃນວະໄໝນາຍົກລັດຖະມົນຕີ Essam Sharaf ໄດ້ດຳເນີນການປະຕິຮູບຄະນະລັດຖະບານ. ທ່ານ Qandil ແມ່ນສະມາຊິກສະພາຄົ້ນຄວ້ານ້ຳແຫ່ງຊາດ, ຮັບຜິດຊອບໜ້າທີ່ຕຳແໜ່ງສູງໃນກະຊວງແຫຼ່ງນ້ຳແລະ ຊົນລະປະທານຂອງອີຍີບ.