ປະທານາທິບໍດີ ອີຣານ H.Rouhani ຖະແຫຼງເຊື່ອມໂຍງເຂົ້າກັບສາກົນ

(VOVWORLD) - ກ່າວຄຳເຫັນທາງໂທລະພາບແຫ່ງຊາດໃນວັນທີ 20 ພຶດສະພາ ພາຍຫລັງໄດ້ຮັບໄຊຊະນະໃນການເລືອກຕັ້ງ, ປະທານາທິບໍດີ ອີຣານ Hassan Rouhani ຢືນຢັນວ່າ

ປະທານາທິບໍດີ ອີຣານ H.Rouhani ຖະແຫຼງເຊື່ອມໂຍງເຂົ້າກັບສາກົນ - ảnh 1ປະທານາທິບໍດີ ອີຣານ Hassan Rouhani (ພາບ: AFP) 

ສານຂອງຜູ້ມີສິດເລືອກຕັ້ງ ອີຣານ ແມ່ນຈະແຈ້ງທີ່ສຸດ, ນັ້ນແມ່ນສານເຊື່ອມໂຍງເຂົ້າກັບສາກົນ ແລະ ເວົ້າ “ບໍ່” ຕໍ່ລັດທິກໍ່ການຮ້າຍ. ທ່ານກໍ່ເນັ້ນໜັກວ່າ ປະຊາຊົນປະເທດອິດສະລາມນີ້ ປາດຖະໜາຢາກດຳລົງຊີວິດໃນສັນຕິພາບ ແລະ ນ້ຳໃຈມິດຕະພາບກັບບັນດາປະເທດໃນໂລກ. ເຖິງຢ່າງໃດກໍ່ຕາມ, ການນຳທີ່ນິຍົມແນວທາງສະຫງົບນີ້ ກໍ່ຢືນຢັນວ່າ ອີຣານ ບໍ່ຍອມຮັບການນາບຂູ່ ຫຼື ການແຕະຕ້ອງ. ປະທານາທິບໍດີ Rouhani ເນັ້ນໜັກວ່າ ເລື່ອງປັບປຸງພື້ນຖານປະຊາທິປະໄຕ ແລະ ບໍ່ຂຶ້ນກັບບັນດາປະເທດມະຫາອຳນາດ ແມ່ນເສັ້ນທາງຮັບປະກັນຄວາມໝັ້ນຄົງແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ