(vovworld) – ວັນທີ 09/09, ອຳນາດການປົກຄອງປາແລດສຕິນ ແລະ ສະຫະປະຊາຊາດ ໄດ້ຮຽກຮ້ອງການໜູນຊ່ວຍມະນຸດສະທຳຮີບດ່ວນດ້ວຍຈຳນວນເງິນ 427 ລ້ານເອີໂລ ໃຫ້ສາມັນຊົນປາແລດສຕິນ ທີ່ຖືກຜົນສະທ້ອນຈາກການປະທະກັນທີ່ນອງເລືອດຢູ່ເຂດກາຊາ ເມື່ອເດືອນ 08 ຜ່ານມາ. ເຂດຜືນແຜ່ນດິນປາແລດສຕິນ ດ້ວຍພົນລະເມືອງ 1,8 ລ້ານຄົນ ຖືກທຳລາຍຢ່າງໜັກໜ່ວງຍ້ອນສົງຄາມຄັ້ງທີ 3 ໃນຮອບເວລາ 6 ປີຜ່ານມາ, ລະຫວ່າງກອງທັບອິດສຣາແອນ ແລະ ຂະບວນການປະກອບອາວຸດຮາມາດ. ຈຳນວນເງິນ 427 ລ້ານເອີໂລ ຮຽກຮ້ອງໜູນຊ່ວຍໃນຈຸດເວລານີ້ ມີແຕ່ພຽງພໍໃຫ້ໄລຍະເວລາ 2 – 3 ເດືອນເທົ່ານັ້ນ ແລະ ບໍ່ແມ່ນມາດຕະການແກ້ໄຂ. ກ່ອນອື່ນໝົດ, ຕ້ອງມີການປ່ຽນແປງທີ່ໃຫຍ່ຫຼວງຢູ່ເຂດກາຊາ, ນັ້ນແມ່ນຄຳສັ່ງຢຸດຍິງໄລຍະຍາວ, ແມ່ນການຍຸບເລິກຄຳສັ່ງປິດລ້ອມ, ຂວ້ຳບາດ ແລະ ແມ່ນມາດຕະການດ້ານການເມືອງ.
ກ່ອນໜ້ານັ້ນ, ອີຍິບ ຖະແຫຼງວ່າ, ກອງປະຊຸມສາກົນບັນດານັກອຸປະຖຳໃຫ້ປາແລດສຕິນ ຈະຈັດຂຶ້ນໃນວັນທີ 12/10 ຢູ່ນະຄອນກາຍໂຣ. ນີ້ແມ່ນຄັ້ງທີ 3 ໃນ 2 – 3 ປີຜ່ານມາ, ບັນດານັກອຸປະຖຳສາກົນໄດ້ຮຽກຮ້ອງການໜູນຊ່ວຍໃຫ້ວິວັດການສ້າງຕັ້ງເຂດກາຊາ ຄືນໃໝ່.