ປ່ຽນໃໝ່ການສຶກສາຍາມໃດກໍ່ໃຫ້ບູລິມະສິດກ່ຽວກັບສິດຜົນປະໂຫຍດຂອງນັກຮຽນ
(ພາບປະກອບ)
(vovworld) – ສົກຮຽນ 2014 – 2015 ແມ່ນປີທີ່ມີຄວາມໝາຍໃນການຫັນການປະຕິບັດມະຕິເລກທີ 29 ຂອງສູນກາງພັກ ກ່ຽວກັບການປ່ຽນໃໝ່ໂດຍພື້ນຖານ ແລະ ຮອບດ້ານການສຶກສາ ແລະ ບຳລຸງສ້າງໃຫ້ປະກົດຜົນເປັນຕົວຈິງ. ໃນລາຍການປະຊາຊົນຖາມລັດຖະມົນຕີຕອບ, ຈັດຂຶ້ນໃນຕອນຄໍ່າວັນທີ 24/08 , ທ່ານລັດຖະມົນຕີການຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ, ສາດສະດາຈານ, ດ.ຣ ຟ້າມຫວູລ້ວນ ຢືນຢັນວ່າ: ການປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງ, ໃນນັ້ນມີການສ້າງຫຼັກສູດ - ປື້ມແບບຮຽນໃໝ່, ປ່ຽນໃໝ່ວຽກງານສອບເສັງ ແລະ ກວດກາຕີລາຄາໃນເວລາຈະມາເຖິງ ຍາມໃດກໍ່ໃຫ້ບູລິມະສິດດ້ານສິດຜົນປະໂຫຍດຂອງນັກຮຽນ. ທ່ານລັດຖະມົນຕີ ຟ້າມຫວູລ້ວນ ກໍ່ໃຫ້ຮູ້ວ່າ: ການປ່ຽນໃໝ່ການການສອບເສັງແມ່ນຈຳເປັນ ເມື່ອບັນດາວິທີສອບເສັງເກົ່າບໍ່ເໝາະສົມກັບສະພາບຕົວຈິງພາຍໃນປະເທດ ກໍ່ຄືຄວາມຕ້ອງການເຊື່ອມໂຍງເຂົ້າກັບສາກົນ. ໄລ່ມາຮອດຈຸດເວລານີ້, ວິທີປ່ຽນໃໝ່ໄດ້ສ້າງເປັນຮູບແບບ ແລະ ປະກາດຢ່າງກວ້າງຂວາງເພື່ອຮັບເອົາຄຳເຫັນຈາກທົ່ວສັງຄົມ. ທ່ານລັດຖະມົນຕີ ຟ້າມຫວູລ້ວນ ຢືນຢັນວ່າ “ໃນວິວັດການຈັດຕັ້ງວິທີສອບເສັງໃໝ່, ບັນດາສ່ວນຫຍຸ້ງຍາກຈະຂຶ້ນກັບຂະແໜງສຶກສາ ແລະ ບັນດານັກຄຸ້ມຄອງ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ນັກຮຽນ ແລະ ພໍ່ແມ່ນັກຮຽນ”.