ປີ 2015 ລະບຽບການດ້ານສ່ວນສາອາກອນ ຈະຫຼຸດຜ່ອນເທົ່າທຽນກັບປະເທດໃນພາກພື້ນ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ແລະ ຮອງນາຍົກລັດຖະມົນຕີ ວູ້ວັນນິງ, ຮອງນາຍົກລັດຖະມົນຕີ ວູ້ດຶກດາມເຮັດວຽກກັບກະຊວງການເງິນ |
(vovworld)- ຕອນເຊົ້າວັນທີ 31/3, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ແລະ ຮອງນາຍົກລັດຖະມົນຕີ ວູ້ວັນນິງ, ຮອງນາຍົກລັດຖະມົນຕີ ວູ້ດຶກດາມ ແລະ ການນຳບາງກະຊວງ, ຂະແໜງການທີ່ກ່ຽວຂ້ອງໄດ້ມີການເຮັດວຽກກັບກະຊວງການເງິນກ່ຽວກັບໝາກຜົນການປະຕິຮູບດ້ານລະບຽບການບໍລິຫານໃນຂົງເຂດສ່ວນສາອາກອນ ແລະ ປະກັນສັງຄົມ. ກ່າວຄຳເຫັນທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ເນັ້ນໜັກວ່າ ການປະຕິຮູບດ້ານລະບຽບການບໍລິຫານ ແມ່ນຈຸດສຸມຂອງແຜນປະຕິບັດງານ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ສະເໜີ ກະຊວງ, ຂະແໜງການທີ່ກ່ຽວຂ້ອງຕ້ອງມີໂຄງການເຄື່ອນໄຫວຕິດພັນກັບຈຸດໝາຍ, ຂໍ້ກຳນົດລະອຽດ, ເພື່ອຕັດສິນໃຈປະຕິບັດໃຫ້ບັນລຸ ແລະ ລື່ນກາຍຄາດໝາຍຂອງ ການປະຕິຮູບດ້ານລະບຽບການບໍລິຫານໃນຂົງເຂດສ່ວນສາອາກອນ ແລະ ປະກັນສັງຄົມ. ໃນນັ້ນ, ລະບຽບການບໍລິຫານໃນຂົງເຂດສ່ວນສາອາກອນ ແລະ ປະກັນສັງຄົມໃນປີ 2015 ຈະຫຼຸດຜ່ອນຫຼາຍກ່ວາເມື່ອທຽບໃສ່ຄາດໝາຍວາງອອກ.