ທ່ານຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ຫງວຽນດັງຕ້ຽນກ່າວຄຳເຫັນທີ່ພິທີ |
(vovworld)- ຕອນເຊົ້າວັນທີ 23/1, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາມໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2014 ແລະ ຜັນຂະຫຍາຍໜ້າທີ່ປີ 2015. ກ່າວຄຳເຫັນທີ່ພິທີ, ທ່ານຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ຫງວຽນດັງຕ້ຽນ ເນັ້ນໜັກວ່າ :
“ ທີ 1 ແມ່ນຕ້ອງຖືໜ້າທີ່ການເມືອງແມ່ນໄລກອນ, ປະຕິບັດໜ້າທີ່ໂຄສະນາ ແຜນນະໂຍບາຍແນວທາງຂອງພັກ, ລັດ. ພ້ອມກັນນັ້ນ, ກໍສ່ອງແສງຄຳເຫັນ, ຄວາມມຸງມາດປາຖາໜາຂອງປະຊາຊົນ. ຖືມວນຊົນເປັນໃຈກາງ, ຖືເອົາຄວາມສາມັກຄີ, ການຮ່ວມມືເປັນຫຼັກການໃນກຸ່ມເປັນເອກະພາບ. ຖືເອົາສະຖຽນລະພາບເປັນພື້ນຖານ ແລະ ຖືເອົາການປ່ຽນໃໝ່ການພັດທະນາເປັນກຳລັງຊຸກຍູ້. ພຽງແຕ່ອີງໃສ່ບັນດາປັດໄຈເຫຼົ່ານັ້ນ, ຈຶ່ງສາມາດກໍ່ສ້າງ ວິທະຍຸກະຈາຍສຽງຫວຽດນາມໃຫ້ໝັ້ນຄົງ, ເຂັ້ມແຂງ, ທັງເຮັດຫຼ້ອນໜ້າທີ່ຂອງພັກ, ລັດ, ແຕ່ກໍສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງມວນຊົນ ”
ປີ 2015, ວິທະຍຸກະຈາຍສຽງຫວຽດນາມສຸມໃສ່ໂຄສະນາບັນດາວັນບຸນໃຫຍ່ຂອງປະເທດຊາດ, ສືບຕໍ່ຄົ້ນຄ້ວາ, ປ່ຽນໃໝ່ລາຍການກະຈາຍສຽງ, ຜັນຂະຫຍາຍແຜນຮ່າງລະບົບກະຈາຍສຽງພາສາຕ່າງປະເທດລະດັບຊາດ ແລະ ອອກອາກາດຊ່ອງກະຈາຍສຽງພາສາອັງກິດ 24ຊົ່ວໂມງ, ຍົກສູງຄຸນນະພາບກະຈາຍຄື້ນ….