ຜູ້ຊ່ຽວຊານດ້ານເສດຖະ ກິດຕີລາຄາສູງຄວາມ ມານະພະຍາຍາມ ຄວບຄຸມໄພເງິນ ເຟີ້ຂອງຫວຽດນາມ
(ພາບປະກອບ)
(vovworld)- ຕາມຂໍ້ໃຫ້ສັງເກດຫວ່າງມໍ່ໆມານີ້ຂອງພາກສ່ວນຄາດຄະເນ, ວິເຄາະ ແລະ ທີ່ປຶກສາຄວາມສ່ຽງ (EIU) ສັງກັດກຸ່ມບໍລິສັດ The Econmist ປະເທດອັງກິດແລ້ວ, ບັນດານັກວາງແຜນນະໂຍບາຍຂອງຫວຽດນາມ ໄດ້ປະສົບຜົນສຳເລັດໃນ ຄວາມມານະພະຍາຍາມຄວບຄຸມລາຄາໃຊ້ສອຍທີ່ໄດ້ເພີ່ມຂຶ້ນຢ່າງຜິດປົກກະຕິ. ສິ່ງດັ່ງກ່າວສະແດງອອກຜ່ານອັດຕາໄພເງິນເຟີ້ໄດ້ຫລຸດຜ່ອນຫຼາຍພໍສົມຄວນໃນ 4 ເດືອນມານີ້. ໄພເງິນເຟີ້ລາຄາໃຊ້ສອຍໄດ້ຫລຸດລົງສ້າງເງື່ອນໄຂສະດວກເພື່ອໃຫ້ທະນາຄາແຫ່ງລັດຫວຽດນາມ ດັດປັບນະໂຍບາຍເງິນຕາ ເພື່ອແນໃສ່ຊຸກຍູ້ລະດັບການເຕີບໂຕຂອງພື້ນຖານເສດຖະກິດ. ຫວ່າງແລ້ວນີ້, ທະນາຄານແຫ່ງລັດໄດ້ຕົກລົງຫລຸດອັດຕາດອກເບັ້ຍລະດົມລົງ ແລະ ໃຫ້ຮູ້ວ່າຈະຫລຸດອັດຕາດອກເບັ້ຍທຶນກູ່ຢືມລົງເຊັ່ນດຽວກັນ. ບັນດາບາດກ້າວເດີນນີ້ ສະແດງໃຫ້ເຫັນວ່າທະນາຄານແຫ່ງລັດຫວຽດນາມ ພວມຍາດແຍ່ງອັດຕາສ່ວນໄພເງິນເຟີ້ເພື່ອສົ່ງເສີມການເຄືອ່ນໄຫວໃຫ້ກູ້ຢືມ. EIU ຖືວ່າ, ນັກແຕ່ວາງຈຸດສຸມແມ່ນຮັກສາລາຄາເປັນປົກກະຕິນັ້ນ, ບັນດານັກວາງແຜນນະໂຍບາຍຫວຽດນາມ ໄດ້ຊ່ວຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈໃນພື້ນຖານເສດຖະກິດ./.