ຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງຢ້ຽມຢາມກຳປູເຈຍ
ທ່ານປະທານພັກປະຊາຊົນກຳປູເຈຍ ນາຍົກລັດຖະມົນຕີກຳປູເຈຍຮຸນແຊນຕ້ອນຮັບທ່ານຮ່ວາງບິງກວນ ຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ |
(vovworld)- ໃນວັນທີ 23 ແລະ 24/2, ຢູ່ພະນົມເປັນ, ທ່ານຮ່ວາງບິງກວນ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໄປຢ້ຽມຢາມ ແລະ ແຈ້ງໝາກຜົນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມໃຫ້ບັນດາການນຳກຳປູເຈຍຮັບຊາບ. ທີ່ບັນດາການພົບປະກັບກັບທ່ານປະທານພັກປະຊາຊົນກຳປູເຈຍ ນາຍົກລັດຖະມົນຕີກຳປູເຈຍຮຸນແຊນ, ປະທານສະພາແຫ່ງຊາດ ກຳປູເຈຍ ເຮັງຊອມຣິງນັ້ນ, ທ່ານຮ່ວາງບິງກວນ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄກ້ຢືນຢັນວ່າ ຫວຽດນາມສືບຕໍ່ປະຕິບັດຢ່າງສະເໝີຕົ້ນສະເໝີປາຍແນວທາງການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ແລະ ຢືນຢັນວ່າ ຫວຽດນາມຖືເປັນສຳຄັນ ແລະ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບກຳປູເຈຍ ເພີ່ມພຸນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ- ກຳປູເຈຍ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ ແລະ ສະຖຽນລະພາບ, ການພັດທະນາໃນພາກພື້ນ ແລະ ໃນໂລກ.
ສ່ວນທ່ານປະທານພັກປະຊາຊົນກຳປູເຈຍ, ນາຍົກລັດຖະມົນຕີກຳປູເຈຍຮຸນແຊນ ແລະ ທ່ານປະທານສະພາແຫ່ງຊາດ ກຳປູເຈຍ ເຮັງຊອມຣິງ ໄດ້ຊົມເຊີຍຜົນສຳເລັດອັນຈົບງາມຂອງ ກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ແລະ ສະແດງຄວາມເຊື່ອໝັ້ນວ່າ ໂດຍພາຍໃຕ້ການນຳພາຂອງ ພັກກອມູນິດຫວຽດນາມ, ປະຊາຊົນຫວຽດນາມຈະປະຕິບັດມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມຢ່າງມີໄຊ, ສ້າງສາຫວຽດນາມກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍໄວ.