ຜັນຂະຫຍາຍແຜນຮ່າງຫວຽດນາມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສປຊ
ພົນເອກ ຟູ່ງກວາງແທງ ມອບຂໍ້ຕົກລົງໃຫ້ນາຍທະຫານ 2 ຄົນໄປປະຕິບັດງານຢູ່ ຊູດັງ ໃຕ້
|
(vovworld) – ຕອນເຊົ້າວັນທີ 23/6, ຢູ່ນະຄອນ ໂຮ່ຈີມິນ, ສູນຮັກສາສັນຕິພາບ ຫວຽດນາມ ສົມທົບກັບກອງບັນຊາການໃຫຍ່ທະຫານບົກ ປາຊີຟິກ (ອາເມລິກາ) ຈັດຕັ້ງກອງປະຊຸມສຳມະນາຫົວເລື່ອງສະເພາະກ່ຽວກັບວຽກງານກະກຽມຜັນຂະຫຍາຍໂຮງໝໍກາງສະໜາມຮົບລະດັບ 2. ກອງປະຊຸມສຳມະນາແມ່ນໜຶ່ງໃນບັນດາການເຄື່ອນໄຫວຜັນຂະຫຍາຍແຜນຮ່າງ “ກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ໄລຍະ 2014 – 2020 ແລະ ຊຸມປີຕໍ່ໄປ” ເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ເຊັນອະນຸມັດຜ່ານແຕ່ວັນທີ 5/12/2013. ປະຈຸບັນ, ຫວຽດນາມ ພວມກະກຽມຜັນຂະຫຍາຍກຳລັງເສນາຮັກ ແລະ ທະຫານຊ່າງແສງເພື່ອເຂົ້າຮ່ວມຄະນະປະຕິບັດງານຮັກສາສັນຕິພາບຂອງ ສປຊ. ດຳເນີນໄປໃນລະຫວ່າງວັນທີ 23 – 25/6, ກອງປະຊຸມສຳມະນາເພື່ອແນໃສ່ຍົກສູງກຳລັງຄວາມສາມາດຮັກສາສັນຕິພາບໃຫ້ແກ້ກຳລັງເສນາຮັກ ຫວຽດນາມ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຈາກ 2 ຝ່າຍໄດ້ແລກປ່ຽນກ່ຽວກັບວິຊາສະເພາະດ້ານເສນາຮັກ, ບົດຮຽນໃນການຜັນຂະຫຍາຍໂຮງໝໍກາງສະໜາມຮົບລະດັບ 2. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ພັນເອກ ຮ່ວາງກິມຟູ້ງ, ຜູ້ອຳນວຍການສູນຮັກສາສັນຕິພາບ ຫວຽດນາມ, ໃຫ້ຮູ້ວ່າ:
“ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ ຫວຽດນາມ ຮ່ຳຮຽນເອົາບົດຮຽນຈາກປະເທດເພື່ອນມິດກ່ຽວກັບວິຊາສະເພາະ ແລະ ບົດຮຽນຕົວຈິງໃນການເຄື່ອນໄຫວໂຮງໝໍກາງສະໜາມຮົບລະດັບ 2 ຂອງຄະນະປະຕິບັດງານເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ. ຂ້າພະເຈົ້າກໍ່ຫວັງວ່ານີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ບັນດານາຍທະຫານ ອາເມລິກາ ແລະ ຫວຽດນາມ ມີເງື່ອນໄຂພົບປະແລກປ່ຽນ, ເພີ່ມທະວີການພົວພັນມິດຕະພາບ ແລະ ນັບມື້ນັບສະໜິດຕິດພັນລະຫວ່າງກອງທັບ ຫວຽດນາມ ແລະ ກອງທັບ ອາເມລິກາ.”