ຜູ້ບັນຊາການທະຫານບັນດາກຳລັງປະກອບອາວຸດລາຊະອານາຈັກ ບຣຸໄນ ຢ້ຽມຢາມຫວຽດນາມ
ຜູ້ບັນຊາການທະຫານບັນດາກຳລັງປະກອບອາວຸດລາຊະວົງ
ຂອງລາຊະອານາຈັກ ບຣຸໄນ ຢ້ຽມຢາມສັນຖະວະໄມຕີຫວຽດນາມ
(ພາບ: tienphong.vn)
(vovworld) - ຜູ້ບັນຊາການທະຫານບັນດາກຳລັງປະກອບອາວຸດລາຊະວົງຂອງລາຊະອານາຈັກ ບຣຸໄນ, ພົນຈັດຕະວາ Dato Paduka Seri Haji Aminuddin Ihsan ໄດ້ທຳການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 26 – 28/02 ຕາມຄຳເຊີນຂອງພົນໂທ ໂດ້ບ໋າຕິ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ. ພາຍຫຼັງພິທີຕ້ອນຮັບຄະນະເມື່ອວັນທີ 27/02, ພົນໂທ ໂດ້ບ໋າຕິ ໄດ້ດຳເນີນການເຈລະຈາກັບພົນຈັດຕະວາ Dato Paduka Seri Haji Aminuddin Ihsan, 2 ຝ່າຍແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະປະເທດ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. 2 ຝ່າຍ ໄດ້ເຫັນດີນຳກັນໂດຍຖືວ່າ ໃນໄລຍະຈະມາເຖິງ, ກອງທັບປະຊາຊົນຫວຽດນາມ ແລະ ກຳລັງປະກອບອາວຸດລາຊະອານາຈັກ ບຣຸໄນ ຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບຳລຸງສ້າງນາຍທະຫານ... ແລກປ່ຽນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ແລະ ກອງທັບຂອງ 2 ປະເທດ, ເພື່ອຈຸດໝາຍສັນຕິພາບ, ການຮ່ວມມື ແລະ ມິດຕະພາບ.
ແລະກໍໃນຕອນບ່າຍວັນດຽວກັນ, ພົນຈັດຕະວາ Dato Paduka Seri Haji Aminuddin Ihsan, ຜູ້ບັນຊາການທະຫານບັນດາກຳລັງປະກອບອາວຸດລາຊະອານາຈັກ ບຣຸໄນ, ໄດ້ເຂົ້າຢ້ຽມຂໍ່ານັບພົນເອກ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.