ຜູ້ອຳນວຍການໃຫຍ່ ສະຖາບັນຄົ້ນຄ້ວາເຂົ້າ ສາກົນຢ້ຽມຢາມ ຫວຽດນາມ

ຜູ້ອຳນວຍການໃຫຍ່ ສະຖາບັນຄົ້ນຄ້ວາເຂົ້າ ສາກົນຢ້ຽມຢາມ ຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ໃຫ້ການຕ້ອນຮັບ ຜູ້ອຳນວຍການໃຫຍ່ IRRI
(ພາບ: VGP/Nhật Bắc)

(vovworld) – ຕອນ​ບ່າຍ​ວັນ​ທີ 25/2, ​ໃນ​ການ​ຕ້ອນຮັບ​ທ່ານ Robert S. Zeigler, ຜູ້ອຳນວຍການ​ໃຫຍ່​ສະ​ຖາ​ບັນ​ຄົ້ນ​ຄ້ວາ ​ເຂົ້າ​ສາກົນ (ຫຼື IRRI) ທີ່​ພວມ​ຢູ່​ຢ້ຽ​ມຢາມ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ຕີ​ລາຄາ​ສູງ ການ​ຮ່ວມ​ມື, ຊ່ວຍ​ເຫຼືອ ​ແລະ ໜູນ​ຊ່ວຍ​ຢ່າງ​ມີ​ປະສິດ​ທິຜົນ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ເຂົ້າ​ເປືອກ ສາກົນ IRRI ກັບ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ນາຍົກລັດຖະມົນຕີ ສະ​ແດງ​ຄວາມ​ຫວັງວ່າ: IRRI ຈະ​ໃຫ້ການຮ່ວມ​ມື ກັບ ຫວຽດນາມ ​ໃນ​ການ​ຄົ້ນ​ຄ້ວາ​ຊ​ອກຫາ​ບັນດາ​​ແນວ​ພັນ​ເຂົ້າ, ບັນດາຂັ້ນ​ຕອນ​ການ​ປູກຝັງ ຕອບ​ສະໜອງ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ ​​ເນື່ອງ​ຈາກ​ຜົນ​ສະທ້ອນ​ຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ທະ​​ເລ​ຂຶ້ນ​ສູງ, ສ້າງ​ເງື່ອນ​ໄຂ​ເພື່ອ​​ໃຫ​້ບັນດາ​ນັກ​ຊ່ຽວຊານ​ກະສິກຳ​ຂອງ ຫວຽດນາມ ​ເຮັດ​ວຽກ​ຢູ່ IRRI ກໍ​ຄື​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ ກ່ຽວ​ກັບ​ການ​ປູກ​ເຂົ້າ​.

ຂ່າວ/ບົດ​ອື່ນ