ຝລັ່ງ ອຸປະຖຳ 25 ລ້ານເອີໂຣໃຫ້ແກ່ໂຄງການກໍ່ສ້າງໂຮງຮຽນສອນວິຊາຊີບ ຢູ່ ຫວຽດນາມ

ຝລັ່ງ ອຸປະຖຳ 25 ລ້ານເອີໂຣໃຫ້ແກ່ໂຄງການກໍ່ສ້າງໂຮງຮຽນສອນວິຊາຊີບ ຢູ່ ຫວຽດນາມ - ảnh 1

ພາບປະກອບ: internet

(vovworld) - ສັນຍາ​ສິນ​ເຊື່ອ​ລວມມູນ​ຄ່າ 24,5 ລ້ານ​ເອີ​ໂຣ ​ແລະ ສັນຍາ​ຊ່ວຍ​ເຫລືອ​ລ້າ​ລວມມູນ​ຄ່າ 500.000 ​ເອີ​ໂຣ ​ໃຫ້​ແກ່​ໂຄງການ​ລົງທຶນ​ພັດທະນາ​ບັນດາ​ໂຮງຮຽນ​ສອນ​ວິຊາ​ຊີບທີ່​ມີ​ຄຸນ​ນະພາ​ບສູງ ຫາ​ກໍ​ໄດ້​ຮັບ​ການ​ລົງ​ນາ​ມລະຫວ່າງ​ກະຊວງ​ການ​ເງິນ ຫວຽດນາມ ​ແລະ ອົງການ​ພັດທະນາ​ຂອງຝລັ່ງ ປະຈຳ ຮ່າ​ໂນ້ຍ ​ໃນ​ວັນ​ທີ 26/10. ​ໂຄງການ​ດັ່ງກ່າວ​ແມ່ນ​ອຸປະຖຳ​ໃຫ້​ແກ່​ໂຮງຮຽນ​ສອນ​ວິຊາ​ຊີບ 5 ​ແຫ່ງ, ​ໃນ​ນັ້ນ​ມີ 2 ​ແຫ່ງ​ຄາດ​ວ່າ​ກາຍ​ເປັນ​ບັນດາ​ໂຮງຮຽນ​ທີ່​ມີ​ຄຸນ​ນະພາ​ບສູງ​ຕາມ​ມາດຕະຖານ​ສາກົນ. ສອງ​ບ້ວງ​ເງິນ​ອຸປະຖຳ​ດັ່ງກ່າວ​ແມ່ນ​ສະ​ແດງ​​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ລັດຖະບານ ຫວຽດນາມ, ລັດຖະບານ ຝລັ່ງ ​ແລະ ອົງການ​ພັດທະນາ​ຂອງຝລ່ັງ ​ເພື່ອ​ຫນູນ​ຊ່ວຍ​ຫວຽດນາມ ປະຕິບັດ​ຫນຶ່ງ​ໃນ​ບັນດາ​ຈຸດໝາຍ​ສຳຄັນ​ຂອງ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມ ​ໄລຍະ​ແຕ່​ປີ 2011- 2020, ນັ້ນ​ແມ່ນ​ພັດທະນາ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ​ແຫ​ລ່ງຊັບພະຍາກອນ​ມະນຸດ, ​ເປັນ​ຕົ້ນ​ແມ່ນ​ແຫ​ລ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ.

 

 

 

 

ຂ່າວ/ບົດ​ອື່ນ