ກອງປະຊຸມຂອງສປຊ ກ່ຽວກັບບັນຫາຊີຣີ ຢູ່ ນິວຢອກ
ເມື່ອວັນທີ 27/1
ພາບ:AFP/TTXVN
|
(vovworld)- ພາຍຫລັງປືກສາຫາລືມາເປັນເວລາ 4 ວັນຢູ່ ນະຄອນຫລວງ Riyadh ຂອງ ຊາອຸດີ ອາຣັບບີ, ວັນທີ 29/1 ຄຳນະກຳມະການເຈລະຈາຂັ້ນສູງ, ອົງການຜູ້ຕາງຫນ້າໃຫ້ຝ່າຍຄ້ານການເມືອງ ແລະ ປະກອບອາວຸດ ຊີຣີ ໄດ້ຖະແຫລງຈະເຂົ້າຮ່ວມການເຈລະຈາສັນຕິພາບ ໂດຍ ສປຊ ອຸປະຖຳ ດຳເນີນໄປຢູ່ ເຊີແນວ ປະເທດສະວິດ. ທ່ານ Assad al Zoabi, ຫົວຫນ້າຄະນະຜູ້ແທນ ຄະນະກຳມະການດັ່ງກ່າວ ໃຫ້ຮູ້ວ່າ ກຸ່ມນີ້ ໄດ້ຮັບບັນດາສິ່ງທີ່ຮັບປະກັນ ຊື່ງເຂົາເຈົ້າໄດ້ຊອກຫາກ່ຽວກັບການຢຸດຖີ້ມລະເບີດຫວ່ານໃສ່ບັນດາເຂດພົນລະເຮືອນ ແລະ ຢຸດຕິການປີດລ້ອມ. ຕາມທ່ານ al Zoabi, ຄະນະກຳມະການເຈລະຈາຂັ້ນສູງ ຈະສົ່ງ 30-35 ຄົນໄປເຂົ້າຮ່ວມການເຈລະຈາຢູ່ ເຊີແນວ ແລະ ຄາດວ່າ ຈະມີການປຶກສາຫາລືກັບ ທູດພິເສດ ສປຊ ກ່ຽວກັບຊີຣີ ໃນວັນທີ 31/1.