(vovworld) - ວັນທີ 28/2, ເມື່ອສິ້ນສຸດກອງປະຊຸມ “ບັນດາເພື່ອນມິດຂອງ ຊີຣີ” ຢູ່ນະຄອນຫຼວງ Roma ປະເທດ ອີຕາລີ, ລັດເຊຍ, ເອີລົບ ແລະ ບັນດາປະເທດ ອາຣັບ ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍທັງດ້ານການເມືອງ ແລະ ວັດຖຸ ໃຫ້ສຳພັນທະມິດ ຊົນຊາດ ຊີຣີ (ຫຼື SNC), ພ້ອມທັງຮຽກຮ້ອງໃຫ້ຢຸດຕິການສະໜອງອາວຸດໃຫ້ລັດຖະບານຂອງປະທານາທິບໍດີ Bashar al – Assad ໃນທັນທີ. ໃນຖະແຫຼງການຮ່ວມ, 11 ປະເທດ ເຂົ້າຮ່ວມກອງປະຊຸມ ພ້ອມກັບຜູ້ຕາງໜ້າ SNC ຖະແຫຼງວ່າ: ຈະສະໜັບສະໜູນສຳພັນທະມິດນີ້, ກຳລັງຖືກຝ່າຍຕາເວັນຕົກຖືວ່າຕາງໜ້າຖືກຕ້ອງຕາມກົດໝາຍໃຫ້ປະຊາຊົນ ຊີຣີ. ແລະກໍໃນວັນດຽວກັນ, ກ່າວຄຳເຫັນຢູ່ນອກກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ຖະແຫຼງວ່າ: ໃນຊຸມເດືອນຕໍ່ໄປ, ອຳນາດການປົກຄອງຂອງປະທານາທິບໍດີ Barack Obama ຈະໜູນຊ່ວຍ ໃຫ້ກຳລັງຝ່າຍຄ້ານຢູ່ ຊີຣີ ຕື່ມອີກ ປະມານ 60 ລ້ານ USD ພາຍໃຕ້ການຊ່ວຍເຫຼືອມະນຸດສະທຳ, ເຊິ່ງລວມມີທັນຍາຫານ ແລະ ຢຸກຢາ.