ພັກ,ລັດຍາມໃດກໍເອົາໃຈໃສ່ເຖິງຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ
ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຄະນະຜູ້ແທນມີຄຸນງາມຄວາມດີແຂວງ ດົ່ງທາບ
(ພາບ: VGP/Lê Sơn)
|
(vovworld) – ພັກ, ລັດ ຍາມໃດກໍຕີລາຄາສູງ ແລະ ຮູ້ບຸນຄຸນຕໍ່ການເສຍສະຫຼະຊີວິດ, ການປະກອບສ່ວນຂອງບັນດານັກຮົບເສຍະສະຫຼະຊີວິດເພື່ອຊາດ, ນັກຮົບເກົ່າ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ສຳລັບພາລະກິດຕໍ່ສູ້ຍາດເອົາເອກະລາດ, ເສລີພາບໃຫ້ແກ່ປະເທດຊາດ. ພັກ, ລັດຍາມໃດກໍ່ເອົາໃຈໃສ່ ແລະ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອເບິ່ງແຍງດູແລ, ສ້າງເງື່ອນໄຂດີທີ່ສຸດເພື່ອຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈຂອງຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ. ນັ້ນແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເມື່ອຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງ ດົ່ງທາບ ໃນຕອນເຊົ້າວັນທີ 29/6, ເນື່ອງໃນໂອກາດຄະນະມາຢ້ຽມຢາມນະຄອນຫຼວງ ຮ່າໂນ້ຍ, ເຂົ້າຄຳນັບສຸສານປະທານ ໂຮ່ຈີມິນ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ແຂວງ ດົ່ງທາບ ສືບຕໍ່ຍູ້ແຮງການເຄື່ອນໄຫວ “ຕອບບຸນແທນຄຸນ”, ເພື່ອໃຫ້ວຽກງານເບິ່ງແຍງດູແລ, ຕອບບຸນແທນຄຸນຕໍ່ການປະຕິວັດນັບມືນັບດີງາມ.