ພິທີຍ້ອງຍໍລຸ້ນໜຸ່ມທີ່ມີຄວາມເກັ່ງກ້າສາມາດທາງດ້ານວິທະຍາສາດ ເຕັກໂນໂລຢີຫວຽດນາມ
(ພາບ: google.com.vn)
(vovworld) - ເພື່ອບັນລຸໄດ້ຈຸດໝາຍນຳຫວຽດນາມ ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝ, ການພັດທະນາວິທະຍາສາດ ເຕັກໂນໂລຢີ ຍາມໃດກໍ່ໄດ້ຮັບຖືວ່າ ແມ່ນລັດຖະນະໂຍບາຍອັນດັບໜຶ່ງ. ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ໄດ້ຢືນຢັນຄືດັ່ງກ່າວ ໃນພິທີຍ້ອງຍໍລຸ້ນໜຸ່ມທີ່ມີຄວາມເກັ່ງກ້າສາມາດທາງດ້ານວິທະຍາສາດ ເຕັກໂນໂລຢີຫວຽດນາມ ແລະ ມອບລາງວັນໜ່ວຍໂລກຄຳປີ 2012 ເຊິ່ງຈັດຕັ້ງໃນຕອນເຊົ້າວັນທີ 10/11, ຢູ່ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ໄດ້ຍ້ອງຍໍຜົນງານ ແລະ ການປະກອບສ່ວນຕ່າງໆຂອງລຸ້ນໜຸ່ມທີ່ມີຄວາມເກັ່ງກ້າສາມາດ, ຕີລາຄາສູງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໃນຊຸມປີຜ່ານມາໄດ້ຕັ້ງໜ້າສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ເພື່ອຄົ້ນພົບ, ເຊີດຊູລຸ້ນໜຸ່ມທີ່ມີຄວາມເກັ່ງກ້າສາມາດ. ທ່ານເນັ້ນໜັກວ່າ:
”ອາດຢືນຢັນໄດ້ວ່າ, ໃນສະໄໝໃດປະເທດເຮົາກໍ່ມີຄົນເກັ່ງກ້າສາມາດ, ສະໄໝໃດກໍ່ມີຄວາມຕ້ອງການ ແລະ ນຳໃຊ້ຜູ້ທີ່ມີຄວາມເກັ່ງກ້າສາມາດ. ວິວັດແຫ່ງການໂລກາພິວັດລະຫວ່າງບັນດາປະເທດໃນພາກພື້ນ ແລະ ໃນໂລກ ແມ່ນການແກ່ງແຍ້ງກ່ຽວກັບຄວາມສາມາດດ້ານພຸມປັນຍາ. ຍ້ອນເຫດນັ້ນ, ກອງປະຊຸມຄັ້ງທີ 6, ຄະນະບໍລິຫານງານສູນກາງພັກຊຸດທີ 11 ສືບຕໍ່ຢືນຢັນວ່າການພັດທະນາວິທະຍາສາດ ເຕັກໂນໂລຢີ ທັງແມ່ນລັດຖະນະໂຍບາຍອັນດັບໜຶ່ງ, ທັງແມ່ນກຳລັງໜູນສຳຄັນໃນພາລະກິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ”
ຜູ້ທີ່ມີຄວາມເກັ່ງກ້າສາມາດ 141 ຄົນ ທີ່ໄດ້ຮັບການຍ້ອງຍໍໃນຄັ້ງນີ້ ແມ່ນບັນດາຄົນໜຸ່ມທີ່ມີຜົນງານພິເສດ, ມີບັນດາກິດຈະກຳຄົ້ນຄ້ວາທີ່ມີຄຸນຄ່າວິທະຍາສາດສູງ, ມີຫົວຄິດປະດິດສ້າງ. ສ່ວນລາງວັນໜ່ວຍໂລກຄຳປີ 2012 ແມ່ນຖືກມອບໃຫ້ 10 ຄົນ ທີ່ດີເດັ່ນໃນຂົງເຂດວິທະຍາສາດ, ເຕັກນິກ ແລະ ເຕັກໂນໂລຢີ.