
ພິທີມອບລາງວັນເລືອງດິ່ງກົ໋ວຄັ້ງທີ11ປີ2016
(ພາບ: qdnd.vn)
|
(vovworld) – ຕອນເຊົ້າວັນທີ 27/11, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມ ພັກກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງພິທີມອບລາງວັນ ເລືອງດິ່ງກົ໋ວ ຄັ້ງທີ 11 ປີ 2016. ເຂົ້າຮ່ວມລາຍການມີທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ.
ກ່າວຄຳເຫັນທີ່ພິທີມອບລາງວັນ, ອ້າຍ ເລກວກຟອງ, ເລຂາຜູ້ທີໜຶ່ງສູນກາງຊາວໜຸ່ມ ໃຫ້ຮູ້ວ່າ: ຜ່ານ 10 ປີແຫ່ງການຈັດຕັ້ງ, ລາງວັນ ເລືອງດິ່ງກົ໋ວໄດ້ເຊີດຊູຊາວໜຸ່ມຊົນນະບົດດີເດັ່ນ 1.650 ຄົນ ຍາມໃດກໍ່ສຸດຈິດສຸດໃຈ, ມີຄວາມມຸ່ງມາດປາດຖະໜາບືນຕົວຂຶ້ນກໍ່ຮ່າງສ້າງຕົວ, ສ້າງອາຊີບຢູ່ບ້ານເກີດເມືອງນອນ. ປີນີ້, ລາງວັນໄດ້ມອບໃຫ້ຊາວໜຸ່ມ 85 ຄົນ, ໃນນັ້ນຊາວໜຸ່ມກ່ວາ 84% ໄດ້ເຂົ້າຮ່ວມການຜະລິດໂດຍກົງ ດ້ວຍບັນດາຮູບແບບການລ້ຽງສັດ, ປູກຝັງ, ພັດທະນາເສດຖະກິດຊົນນະບົດຢ່າງມີປະສິດທິຜົນ.
“ຊາວໜຸ່ມຊົນນະບົດ 85 ຄົນທີ່ໄດ້ຮັບລາງວັນ ເລືອງດິ່ງກົ໋ວ ໃນມື້ນີ້ ແລະ ບັນດາແບບຢ່າງຊາວໜຸ່ມໄດ້ຮັບລາງວັນໃນຊຸມປີກ່ອນນີ້ຈະເປັນກຳລັງປະຈັນບານ, ນຳໜ້າ ດຶງດູດຊາວໜຸ່ມຊົນນະບົດຕັດສິນໃຈປະຕິບັດບັນດາເປົ້າໝາຍເຊິ່ງພັກ ແລະ ລັດ ໄດ້ກຳນົດໃຫ້ກະສິກຳ ຫວຽດນາມ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ລາງວັນມື້ນີ້ຈະສືບຕໍ່ປັບປຸງ, ຊຸກຍູ້ຫົວຄິດປະດິດສ້າງ, ນ້ຳໃຈເລີ່ມດຳເນີນອາຊີບໃຫ້ພວກເພື່ອນ, ເພື່ອໃຫ້ພວກເພື່ອນສືບຕໍ່ປະສົບຜົນສຳເລັດ,ປະກອບສ່ວນນັບມື້ນັບຫຼາຍໃຫ້ແກ່ພື້ນຖານກະສິກຳ ຫວຽດນາມ.”
ໂດຍຕາງໜ້າໃຫ້ລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ມອບໃບຢ້ອງຍໍຂອງນາຍົກລັດຖະມົນຕີ ໃຫ້ຊາວໜຸ່ມດີເດັ່ນ 4 ຄົນ.