ພິທີສະເໜີຕົວສະມາຄົມ ພຸດທະສາສະໜາ ຫວຽດນາມ ປະຈຳຍີ່ປຸ່ນ
(ພາບປະກອບ)
(vovworld) – ຕອນບ່າຍວັນທີ 05/10, ຢູ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ ໄດ້ຈັດພິທີສະເໜີຕົວສະມາຄົມພຸດທະສາສະໜາຫວຽດນາມ ປະຈຳຍີ່ປຸ່ນ, ເຂົ້າຮ່ວມພິທີມີຄະນະຜູ້ແທນສະມາຄົມພຸດທະສາສະໜາຫວຽດນາມ, ພະອາຈານມະຫາ Yoshimizu Daichi, ເຈົ້າອະທິການວັດ Nisshinkutsu, ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ພ້ອມກັບພໍແມ່ປະຊາຊົນຊາວຫວຽດນາມອາໄສຢູ່ຍີ່ປຸ່ນ, ພຸດທະສາສະນິກກະຊົນ ກວ່າ 500 ຄົນ.
ການສ້າງຄັ້ງຕົວສະມາຄົມພຸດທະສາສະໜາຫວຽດນາມ ປະຈຳຍີ່ປຸ່ນ ໄດ້ເປັນຂີດໝາຍບາດກ້າວພັດທະນາໃໝ່ຂອງສະມາຄົມພຸດທະສາສະໜາຫວຽດນາມ ພ້ອມທັງແມ່ນຕອບສະໜອງຄວາມຫວັງຂອງບັນດາພຸດທະສາສະນິກກະຊົນເປັນຈຳນວນຫຼວງຫຼາຍ ທີ່ພວມດຳລົງຊີວິດ, ຮໍ່າຮຽນ ແລະ ເຮັດວຽກຢູ່ຍີ່ປຸ່ນ.
ກ່າວຄຳເຫັນພາຍຫຼັງພິທີມອບສິດຕົກລົງສ້າງຕັ້ງສະມາຄົມພຸດທະສາສະໜາຫວຽດນາມ ປະຈຳຍີ່ປຸ່ນ, ພະອາຈານມະຫາ ທິ໋ກທ້ຽນເຍີນ, ຜູ້ຮັກສາການປະທານສະພາບໍລິຫານງານພຸດທະສາສະໜາຫວຽດນາມ ສະແດງຄວາມປາດຖະໜາວ່າ ສະມາຄົມພຸດທະສາສະໜາຍີ່ປຸ່ນ ຈະສືບຕໍ່ສວນບົດບາດເປັນຂົວຕໍ່ລະຫວ່າງ 2 ຊາດ, ປະກອບສ່ວນເຂົ້າໃນການພັດທະນາຂອງພຸດທະສາສະໜາຫວຽດນາມ.