(vovworld) - ພິທີເຊີດຊູ ແລະ ຍ້ອງຍໍບັນດາໝູ່ຄະນະ ແລະ ສ່ວນບຸກຄົນທີ່ມີຜົນງານໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກຂັບຊວານ ຟູທໍ້ ຖືກດຳເນີນໄປໃນຕອນເຊົ້າວັນທີ 18/2 ຢູ່ ແຂວງ ຟູທໍ້. ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວຕົ້ນຕໍຂອງລາຍການ “ກັບຄືນເມືອເຂດດິນແດນແຫ່ງງານບຸນ, ກົກເຄົ້າເຫງົ້າກໍ ຂອງຊາດຫວຽດນາມ” ປີ 2012 ແລະ ລາຍການທ່ອງທ່ຽວກັບຄືນເມືອແຫ່ງ ກົກເຄົ້າເຫງົ້າກໍ ແລະ ເຊີດຊູຂັບຊວານ ຟູທໍ້.” ມໍລະດົກບໍ່ມີຮູບຮ່າງຂັບຊວານ ຟູທໍ້ ໄດ້ຮັບການຕີລາຄາວ່າ ເຕັມໄປດ້ວຍລັກສະນະສິລະປະ ດ້ວຍບັນດາປັດໄຈຄື: ສຽງດົນຕີ, ສຽງຂັບ ແລະ ການຟ້ອນ. ບັນດາໝູ່ບ້ານຂັບຊວານເດີມ ລ້ວນແຕ່ແມ່ນໝູ່ບ້ານເກົ່າແກ່ ຢູ່ເຂດໃຈກາງປະເທດ ວັນລາງ ໃນເມື່ອກ່ອນ, ສະນັ້ນ ຂັບຊວານ ຮັກສາໄດ້ຫລາຍປັດໄຈທາງດ້ານວັດທະນະທຳເກົ່າໃນໄລຍະສ້າງສາປະເທດຊາດ. ສະນັ້ນ ຢູ່ ກອງປະຊຸມຂອງ UNESCO ຈັດຂຶ້ນຫວ່າງມໍ່ໆມານີ້ ຢູ່ ປະເທດ ອິນໂດເນເຊຍ, ສຳເນົາກ່ຽວກັບຂັບຊວານ ຟູທໍ້ ແມ່ນສຳເນົາຫນື່ງດຽວ ໄດ້ຮັບການສະຫນັບສະຫນູນຈາກຄະນະກວດກາ. ແລະ ໃນພິທີເຊີດຊູຄັ້ງນີ້ ມີ 7 ສ່ວນບຸກຄົນໄດ້ຮັບຫລຽນກາທີ່ລະນຶກ ຮູ່ງເວືອງ, 12 ໝູ່ຄະນະ ແລະ 59 ສ່ວນບຸກຄົນ ໄດ້ຮັບໃບຍ້ອງຍໍ ຍ້ອນມີຄວາມມານະພະຍາຍາມ ແລະ ການປະກອບສ່ວນໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກຂັບຊວານ.