ພິທີເປີດງານຕະຫຼາດນັດ ສາກົນກ່ຽວກັບສິນໃນ ນ້ຳຫວຽດນາມ ຄັ້ງທີ16
(ພາບປະກອບ)
(vovworld)-ຕອນເຊົ້າວັນທີ 6/8, ງານຕະຫຼາດນັດດັ່ງກ່າວໄດ້ໄຂຂຶ້ນ ຢູ່ນະຄອນໂຮຈິມິນ ໂດຍ ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມຈັດຕັ້ງໄດ້, ດຶງດູດການເຂົ້າຮ່ວມຂອງ ວິສາຫະກິດ ທັງພາຍໃນ ແລະ ຕ່າງປະເທດກ່ວາ 170 ແຫ່ງ ດ້ວຍຮ້ານວາງສະແດງຜະລິດຕະພັນສິນໃນນ້ຳກ່ວາ 300 ຮ້ານ. ໃນນັ້ນມີຫຼາຍວິສາຫະກິດທີ່ມາຈາກ ຍີ່ປຸນ, ອາເມລິກາ, ໄທ, ສິງກະໂປ, ອິນໂດເນເຊຍ ແລະ ບັນດາປະເທດເອີຣົບ. ປະຈຸບັນພວມແມ່ນບັນດາຄູ່ຮ່ວມມືດ້ານການຄ້າອັນດັບໜຶ່ງ ຂອງສິນໃນນ້ຳຫວຽດນາມ. ນີ້ແມ່ນກາລະໂອກາດ ເພື່ອໃຫ້ບັນດາວິສາຫະກິດປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ ຊອກຫາຄູ່ຮ່ວມມືຕື່ມອີກ, ເປີດກ້ວາງຕະຫຼາດ ແລະ ຍູ້ແຮງການສົ່ງອອກ, ສູ້ຊົນນຳວົງເງິນການຄ້າ ບັນລຸໄດ້ 7 ຕື້ USD ໃນປີນີ້. ກ່າວຄຳເຫັນທີ່ພິທີເປີດງານຕະຫຼາດນັດ, ທ່ານ ເຈິ່ນຕ໋ວນແອງ ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳການຄ້າຫວຽດນາມໃຫ້ຄຳໜັ້ນສັນຍາວ່າ:
“ກະຊວງອຸດສາຫະກຳການຄ້າຢັ້ງຢືນການສະໜັບສະໜູນຕໍ່ບັນດາຄວາມມານະພະຍາຍາມລວມຂອງສະຫະສະມາຄົມສິນໃນນ້ຳຫວຽດນາມ, ຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນ ແລະ ພິເສດແມ່ນຂອງປະຊາຄົມວິສາຫະກິດໃນຂົງເຂດສິນໃນນ້ຳຂອງຫວຽດນາມ ໃນຄວາມມານະພະຍາຍາມ ໂຄສະນາ ແລະ ສ້າງເຄື່ອງໝາຍການຄ້າ. ຜ່ານນັ້ນແນໃສ່ພັດທະນາຕະຫຼາດສິນໃນນ້ຳຫວຽດນາມອອກສູ່ໂລກຢ່າງໝັ້ນຄົງ..”