ພົນເອກຍິງຜູ້ທຳອິດຊີ້ນຳກອງບັນຊາການປ້ອງກັນອາກາດອາເມລິກາເໜືອ
ທ່ານນາງ Lori J.Robinson
(ພາບ: AFP/TTXVN)
(vovworld) - ພົນເອກກອງທັບອາກາດ ທ່ານນາງ Lori J.Robinson ໄດ້ກາຍເປັນພົນເອກຍິງຄົນທຳອິດຂອງອາເມລິກາ ຊີ້ນຳກອງບັນຊາການຕໍ່ສູ້ພາຍຫຼັງທ່ານນາງຮັບດຳລົງຕຳແໜ່ງຜູ້ບັນຊາການປ້ອງກັນອາກາດອາເມລິກາເໜືອ ແລະ ກອງບັນຊາການທິດເໜືອຂອງປະເທດນີ້ ທີ່ຕັ້ງທັບຢູ່ Colorado. ທ່ານນາງ Lori J.Robinson, ແມ່ນ 1 ໃນຈຳນວນພົນເອກຍິງ 2 ທ່ານຂອງກອງທັບອາກາດອາເມລິກາ, ດຳລົງຕຳແໜ່ງສຳຄັນດັ່ງກ່າວ, ພາຍຫຼັງພິທີຮັບດຳລົງຕຳແໜ່ງໃນວັນທີ 13/05, ຢູ່ຖານທີ່ໝັ້ນກອງທັບອາກາດ Peterson ຢູ່ Colorado. ກ່າວຄຳ ເຫັນທີ່ພິທີຮັບດຳລົງຕຳແໜ່ງ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Ashton Carter ໄດ້ຍ້ອງຍໍພົນເອກຍິງ Lori J.Robinson ແມ່ນນັກຊ່ຽວຊານດ້ານທິດສະດີຍຸດທະສາດ ສາມາດຍົກອອກບັນດາຄຳຕັດສິນເປັນຕາຍ.