ພາຍຸ Goni ພັດເຂົ້າທະເລຕາເວັນອອກ
(VOVWORLD) -ຈຸດສູນກາງຂອງພາຍຸ Goni ຢູ່ເສັ້ນຂະໜານທີ 14,1 ອົງສາເໜືອ ແລະ ເສັ້ນແວງທີ 119,5 ອົງສາຕາເວັນອອກ, ຫ່າງຈາກໝູ່ເກາະ ຮ່ວາງຊາ ໄປທາງທິດຕາເວັນອອກສ່ຽງໃຕ້ ປະມານ 850 ກມ.
ພາຍຸມີຄວາມແຮງລະດັບ 10
(ພາບ: VNDMS)
|
ໃນເວລາ 1 ໂມງຂອງວັນທີ 02 ພະຈິກ, ຈຸດສູນກາງຂອງພາຍຸ Goni ຢູ່ເສັ້ນຂະໜານທີ 14,1 ອົງສາເໜືອ ແລະ ເສັ້ນແວງທີ 119,5 ອົງສາຕາເວັນອອກ, ຫ່າງຈາກໝູ່ເກາະ ຮ່ວາງຊາ ໄປທາງທິດຕາເວັນອອກສ່ຽງໃຕ້ ປະມານ 850 ກມ. ຄວາມແຮງລົມຢູ່ໃກ້ຈຸດສູນກາງຂອງພາຍຸມີຄວາມແຮງລະດັບ 10 (ແຕ່ 90-100 ກີໂລແມັດຕໍ່ຊົ່ວໂມງ).
ຄາດຄະເນວ່າ, ຮອດເວລາ 1 ໂມງຂອງວັນທີ 03 ພະຈິກ, ຈຸດສູນກາງຂອງພາຍຸຈະຢູ່ເສັ້ນຂະໜານທີ 15,2 ອົງສາເໜືອ ແລະ ເສັ້ນແວງທີ 115,4 ອົງສາຕາເວັນອອກ, ຫ່າງຈາກໝູ່ເກາະ ຮ່ວາງຊາ ໄປທາງທິດຕາເວັນອອກສ່ຽງໃຕ້ ປະມານ 370 ກມ. ຄວາມແຮງລົມຢູ່ໃກ້ຈຸດສູນກາງຂອງພາຍຸມີຄວາມແຮງລະດັບ 10 (ແຕ່ 90-100 ກະໂລແມັດຕໍ່ຊົ່ວໂມງ).
ຮອດເວລາ 1 ໂມງຂອງວັນທີ 05 ພະຈິກ, ຈຸດສູນກາງຂອງພາຍຸ Goni ຈະຢູ່ເສັ້ນຂະໜານທີ 14,7 ອົງສາເໜືອ ແລະ ເສັ້ນແວງທີ 109,4 ອົງສາຕາເວັນອອກ, ພັດເຂົ້າເຂດທະເລຈາກ ດ່ານັ້ງ ຮອດ ຟູ໊ອຽນ. ຄວາມແຮງລົມຢູ່ໃກ້ຈຸດສູນກາງຂອງພາຍຸມີຄວາມແຮງລະດັບ 8-9 (ແຕ່ 60-90 ກມຕໍ່ຊົ່ວໂມງ). ນັບແຕ່ເວລາ 1 ໂມງຂອງວັນທີ 05 ພະຈິກ ຫາເວລາ 1 ໂມງຂອງວັນທີ 06 ພະຈິກ, ພາຍຸເຄື່ອນທີ່ມາທາງທິດຕາເວັນຕົກດ້ວຍຄວາມໄວ 10 ກມຕໍ່ຊົ່ວໂມງ.