ພາຍຸ Sandy ໄດ້ກໍ່ໃຫ້ເກີດນ້ຳຖ້ວມຢູ່ນະຄອນນິວຢອກ-ອາເມລິກາ
(ພາບ: AP)
|
(vovworld)- ພາຍຫຼັງທີ່ໄດ້ພັດເຂົ້າຝັ່ງຕາເວັນອອກຂອງອາເມລິກາ. ພາຍຸ Sandy ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນ. ປະຈຸບັນ, ການເຄື່ອນໄຫວຢູ່ນະຄອນນິວຢອກຍັງຄົງຖືກຕັດຂາດທັງໝົດ, ຂະນະທີ່ລະບົບລົດໄຟໃຕ້ດິນພວມຖືກຈົມໃຕ້ນ້ຳ ແລະ ລະບົບຂົວທາງຖືກຢຸດການເຄື່ອນໄຫວ. ພາຍຸ Sandy ໄດ້ເຮັດໃຫ້ 15 ລັດ ແລະ ນະຄອນຫຼວງວໍຊິງຕັນ ຖືກຕົກຢູ່ໃນສະພາບຂາດໄຟຟ້າໃຊ້, ສົ່ງຜົນສະທ້ອນເຖິງຊີວິດການເປັນຢູ່ຂອງ 8 ລ້ານກ່ວາຄົນ. ນອກຈາກນັ້ນ ມີປະຊາຊົນນັບພັນຄົນທີ່ຕ້ອງຍົກຍ້າຍໄປແຫ່ງອື່ນເພື່ອຫຼົບຫຼີກພາຍຸນັ້ນ ຍັງບໍ່ສາມາດກັບຄືນບ້ານຍ້ອນນ້ຳຖ້ວມ ແລະ ຂາດການບໍລິການທີ່ຈຳເປັນ.
ໃນຂະນະນັ້ນ, ປະທານາທິບໍດີ Barac Obama ໄດ້ລົບລ້າງບັນດາແຜນການຂົນຂວາຍຫາສຽງເລືອກຕັ້ງໃນ 2 ມື້ທີ່ຜ່ານມາ ເພື່ອສະຫງວນເວລາຊີ້ນຳວຽກງານແກ້ໄຂຜົນຮ້າຍຂອງ ພາຍຸ Sandy. ສ່ວນຜູ້ສະໝັກເລືອກຕັ້ງສັງກັດພັກສາທາລະນະລັດ Mitt Romney ກໍໄດ້ໂຈະບັນດາການເຄື່ອນໄຫວ ຫາສຽງເລືອກຕັ້ງ ແລະ ໄດ້ຈັດການສົງເຄາະຢູ່ເຂດປະສົບພາຍຸນ້ຳຖ້ວມຢູ່ນະຄອນ Dayton ລັດ Ohio.