ພິທີຮັບ ແລະ ປະກາດຊຸດ Altas ໂລກ, Bruxells 1827
photo:dantri.com.vn
|
(vovworld) - ຕອນບ່າຍວັນທີ 13/5 ຢູ່ ຮ່າໂນ້ຍ, ກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ໄດ້ຈັດຕັ້ງພິທີຮັບ ແລະ ປະກາດຊຸດ Altas ໂລກ, Bruxells 1827, ຢືນຢັນອະທິປະໄຕສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາຂອງຫວຽດນາມ ທີ່ບໍ່ອາດປະຕິເສດໄດ້. ຊຸດ Atlas ໂລກ ໂດຍນັກພູມສາດ ຊາວຝລັ່ງ Philippe Vandermaelen ແຕ້ມ ແລະ ຖືກພິມຈຳຫນ່າຍເມື່ອປີ 1827. ນີ້ແມ່ນແຜນທີ່ແຜ່ນທຳອິດ ທີ່ໄດ້ແຕ້ມຢ່າງຊັດເຈນກ່ຽວກັບທີ່ຕັ້ງ, ພູມສາດ, ຊື່ເອີ້ນດ້ວຍພາສາ ຝ່າຍຕາເວັນຕົກຂອງບັນດາໝູ່ເກາະແຫ່ງໃຫຍ່ສຸດ ແລະ ສຳຄັນທີ່ສຸດໃນໝູ່ເກາະຮ່ວາງຊາ.
ໃນຊຸດ Atlas, ແຜນທີ່ບັນດາປະເທດ ອາຊີ ລວມມີ 111 ແຜ່ນ. ແຜ່ນທີ 106 ແມ່ນແຕ້ມເສັ້ນຝັ່ງທະເລພາກກາງຫວຽດນາມ ຈາກເສັ້ນຂະຫນານ 12 ຮອດ ເສັ້ນຂະຫນານ 16. ຢູ່ນອກຝ່ັງ, ໝູ່ເກາະຮ່ວາງຊາ ຖືກແຕ້ມຢ່າງລະອຽດ ແລະ ຊັດເຈນ ໃນເສັ້ນຂະຫນານ 16 ຮອດ 17 ອົງສາ ແລະ ເສັ້ນແວງ 109 ຮອດ 111 ອົງສາ. ຂົ້ວໃຕ້ຂອງຈີນ ພຽງຮອດໝູ່ເກາະໄຮ່ຫນານ, ບໍ່ຮອດເສັ້ນຂະຫນານ 18 ອົງສາ. ທ່ານ ຫງວຽນບັກຊອນ, ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ໃຫ້ຮູ້ວ່າ:
“ຫວຽດນາມ ມີພະຍານຫລັກຖານດ້ານກົດໝາຍ ແລະ ປະຫວັດສາດຢ່າງພຽງພໍ ເພື່ອຢັ້ງຢືນ ອະທິປະໄຕສຳລັບ ເກາະຮ່ວາງຊາ ແລະ ເຈື່ອງຊາ ແລະ ສິດອະທິປະໄຕ ແລະ ອຳນາດສານສຳລັບບັນດາເຂດເສດຖະກິດຈຳເພາະໄຫລ່ທະວີບ ຕາມບັນດາຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລ ປີ 1982. ຊຸດ Atlas ຊື່ງກະຊວງຖະແຫລງຂ່າວ ແລະ ສື່ສານ ໄດ້ຮັບ ແມ່ນເອກະສານອັນລຳ້ຄ່າ ປະກອບສ່ວນຢືນຢັນ ອະທິດປະໄຕສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາຂອງຫວຽດນາມ ທີ່ບໍ່ອາດປະຕິເສດໄດ້.”