(vovworld) – ຕອນບ່າຍວັນທີ 13/6, ຢູ່ຮ່າໂນ້ຍ, ສະຖານທູດແດນມາກ ປະຈຳ ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ແດນມາກ ໄດ້ຈັດຕັ້ງພິທີມອບລາງວັນການເສັງຂຽນ “ແດນມາກໃນສາຍຕາຂອງນ້ອງ”. ກ່າວຄຳເຫັນນະທີ່ນີ້, ທ່ານ ເຈີ່ນຮົ່ງຮ່າ, ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ປະທານສະມາຄົມມິດຕະພາບ ຫວຽດນາມ - ແດນມາກ, ຖືວ່າ: ການເສັງແມ່ນການເຄື່ອນໄຫວທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ແດນມາກ (25/11/1971 – 25/11/2016). ຜູ້ເຂົ້າຮ່ວມການເສັງເກືອບທັງໝົດຍັງບໍ່ທັນມີໂອກາດໄປຢ້ຽມຢາມປະເທດ ແດນມາກ ເທື່ອ ແຕ່ພວກນ້ອງມີຄວາມຮູ້ອຸດົມສົມບູນພິເສດກ່ຽວກັບວັດທະນະທຳ, ປະຊາຊົນ, ຊີວິດການເປັນຢູ່ຂອງແດນມາກ. ເນື່ອງໃນໂອກາດນີ້, ສະຖານທູດແດນມາກປະຈຳ ຫວຽດນາມ ໄດ້ປະກາດສ້າງຕັ້ງເຄືອຂ່າຍອະດີດນັກຮຽນ, ນັກສຶກສາເຄີຍຮຽນຢູ່ ຫວຽດນາມ - ແດນມາກ. ການເຄື່ອນໄຫວຂອງເຄືອຂ່າຍນີ້ຈະລວມມີບັນດາເຫດການດ້ານວັດທະນະທຳ, ການສຶກສາ, ການດຳເນີນທຸລະກິດ…